ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສົນທະນາຍຸດທະສາດແຫ່ງຊາດ ຫວຽດນາມ ແລະ ເວທີປາໄສເສດຖະກິດໂລກ (WEF)
(VOVWORLD) - ຕອນບ່າຍວັນທີ 16 ມັງກອນ, ຕາມເວເລາທ້ອງຖິ່ນ, ຢູ່ Davos, ສະວິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສົນທະນາຍຸດທະສາດແຫ່ງຊາດ ຫວຽດນາມ ແລະ ເວທີປາໄສເສດຖະກິດໂລກ (WEF) ດ້ວຍຫົວຂໍ້ “ສັງກາດພັດທະນາໃໝ່: ຊຸກຍູ້ການຫັນປ່ຽນ, ສ້າງບັນດາກຳລັງໜູນການເຕີບໂຕໃໝ່ຢູ່ ຫວຽດນາມ”. ເຂົ້າຮ່ວມກອງປະຊຸມ ມີການນຳກຸ່ມບໍລິສັດທົ່ວໂລກ ທີ່ເປັນສະມາຊິກ WEF ປະມານ 60 ທ່ານ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນໃນກອງປະຊຸມສົນທະນາ (ພາບ: VOV) |
|
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ເພື່ອຊຸກຍູ້ການຫັນປ່ຽນ, ສ້າງຕັ້ງ ແລະ ເປີດກຳລັງໜູນການເຕີບໂຕໃໝ່, ຫວຽດນາມ ສຸມໃສ່ 4 ກຸ່ມມາດຕະການຕົ້ນຕໍ. ທີໜຶ່ງແມ່ນ, ສຸມໃສ່ສຳຫຼວດກວດຄືນ, ສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ ບົນເນື້ອໃນຈິດໃຈອຳນວຍຄວາມສະດວກທີ່ສຸດໃຫ້ແກ່ວິສາຫະກິດ, ນັກລົງທຶນ. ທີສອງແມ່ນ, ສຸມໃສ່ພັດທະນາພື້ນຖານໂຄງລ່າງ, ໃນນັ້ນ ສຸມໃສ່ພັດທະນາພື້ນຖານໂຄງລ່າງຍຸດທະສາດ, ໂດຍສະເພາະແມ່ນພື້ນຖານໂຄງລ່າງຄົມມະນາຄົມ, ພື້ນຖານໂຄງລ່າງດີຈີຕອນ, ພື້ນຖານໂຄງລ່າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທີສາມແມ່ນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ເອົາໃຈໃສ່ເປັນພິເສດເຖິງການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ທີສີ່ແມ່ນ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ໃນນັ້ນ ໃຫ້ບຸລິມະສິດການພັດທະນາບັນດາຂະແໜງອຸດສາຫະກຳພະລັງງານທົດແທນ, ຫັນເປັນສີຂຽວ, ຫັນເປັນດີຈີຕອນ, ອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມ ແລະ ປາຖະກະຖາໃນກອງປະຊຸມສົນທະນານະໂຍບາຍ ດ້ວຍຫົວຂໍ້ “ຫວຽດນາມ: ກຳນົດທິດວິໄສທັດທົ່ວໂລກ” (ພາບ: VOV) |
ທ່ານນາຍົກລັດຖະມົນຕີ ກໍສະເໜີ ໃຫ້ WEF ແລະ ບັນດາສະມາຊິກ ສືບຕໍ່ຮ່ວມມືກັບ ຫວຽດນາມ; ຮຽກຮ້ອງໃຫ້ບັນດານັກລົງທຶນເພີ່ມທະວີການລົງທຶນເຂົ້າບັນດາຂົງເຂດບຸລິມະສິດ, ເປັນຕົ້ນແມ່ນ: ປ່ຽນແປງໃໝ່ປະດິດຄິດສ້າງ, ວິທະຍາສາດເຕັກໂນໂລຢີສູງ ໃນນັ້ນ ມີເຕັກໂນໂລຢີເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ.
WEF ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ປະຊາຄົມວິສາຫະກິດມີຄວາມສົນໃຈທີ່ສຸດໃນກອງປະຊຸມຄັ້ງນີ້.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ກ່າວປາໄສໃນກອງປະຊຸມສົນທະນານະໂຍບາຍ ດ້ວຍຫົວຂໍ້ “ຫວຽດນາມ: ກຳນົດທິດວິໄສທັດທົ່ວໂລກ”. ນີ້ແມ່ນໜຶ່ງໃນ 8 ວາລະປະຊຸມສົນທະນາກັບການນຳລັດ, ລັດຖະບານ ໂດຍເວທີປາໄສເສດຖະກິດໂລກ (WEF) ຈັດຂຶ້ນ ຢູ່ WEF Davos 2024.
ຫວູຄວຽນ