ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີວິສາຫະກິດຂະໜາດກາງ ແລະ ນ້ອຍ APEC ຄັ້ງທີ 24

(VOVWORLD) - ຕອນເຊົ້າວັນທີ 15 ກັນຍາ, ທີ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມລັດຖະມົນຕີວິສາຫະກິດຂະໜາດກາງ ແລະ ນ້ອຍ APEC ຄັ້ງທີ 24
ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີວິສາຫະກິດຂະໜາດກາງ ແລະ ນ້ອຍ APEC ຄັ້ງທີ 24 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

ໂດຍກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າພາບຈັດຕັ້ງ. ກອງປະຊຸມມີການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ຫົວໜ້າຄະນະຂອງບັນດາປະເທດສະມາຊິກ APEC ເປັນຈຳນວນຫລວງຫລາຍ. ນີ້ແມ່ນເຫດການໃນຂອບເຂດສັບປະດາກອງປະຊຸມລັດຖະມົນຕີວິສາຫະກິດຂະໜາດກາງ ແລະ ນ້ອຍ APEC 2017 ທີ່ດຳ ເນີນແຕ່ວັນທີ 10 – 15 ກັນຍາ ຢູ່ນະຄອນ ໂຮ່ຈີມິນ ດ້ວຍຫົວຂໍ້ວ່າ “ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ປະດິດຄິດສ້າງຂອງວິສາຫະກິດນ້ອຍສຸດ, ນ້ອຍ ແລະ ກາງ ໃນສັກກະລາດຫັນເປັນໂລກາພິວັດ”.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ:

        “ຈາກພຶດຕິກຳຕົວຈິງຢູ່ ຫວຽດນາມ, ພວກຂ້າພະເຈົ້າປາດຖະໜາຢາກໄດ້ຮັບການຮ່ວມມືຂອງ APEC ກ່ຽວກັບການເພີ່ມທະວີກຳລັງຄວາມສາມາດລະບົບພາສີອາກອນ ເພື່ອແນໃສ່ສົ່ງເສີມການຜະລິດດຳເນີນທຸລະກິດ, ແກ່ງແຍ້ງ ຢ່າງປອດໃສ, ຍຸຕິທຳ, ພ້ອມທັງສະກັດກັ້ນໄພເໜັງຕີງລາຄາ, ຫລີກລ້ຽງການເກັບພາສີ…ຂອງບາງນັກລົງທຶນຕ່າງປະເທດ. ຂ້າພະເຈົ້າກໍ່ສະເໜີບັນດານັກຊ່ຽວຊານຂັ້ນສູງ (SOM) ຄົ້ນຄວ້າເລື່ອງສ້າງຕັ້ງກອງທຶນໜູນຊ່ວຍ, ສົ່ງເສີມບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ເພີ່ມທະວີການຮ່ວມມືກັບບັນດາກຸ່ມບໍລິສັດນາໆຊາດ, ເຂົ້າຮ່ວມລະບົບຄຸນຄ່າທົ່ວໂລກ.

        ທ່ານນາຍົກລັດຖະມົນຕີກໍ່ສະເໜີບັນດາສະມາຊິກ APEC ສົມທົບກັນປະຕິບັດບັນດາມາດຕະການ ເພື່ອອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດສຳພັດກັບຕະຫລາດ, ເຂົ້າຮ່ວມໃນບັນດາລະບົບມຸນຄ່າທົ່ວໂລກຢ່າງເລິກເຊິ່ງກ່ວາ, ຫັນສະພາບແວດລ້ອມແຫ່ງການດຳເນີນທຸລະກິດເປັນສະດວກ ໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ນ້ອຍສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ