ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ນັກຮົບເກົ່າ ອາຟະລິກາໃຕ້
(VOVWORLD) -ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມຈະສ້າງເງື່ອນໄຂເພື່ອໃຫ້ການພົວພັນປ້ອງກັນຊາດສອງຝ່າຍພັດທະນາຢ່າງສະດວກ, ປະກອບສ່ວນເຂົ້າໃນການພົວພັນ “ຄູ່ຮ່ວມມືເພື່ອການຮ່ວມມືແລະພັດທະນາ” ລະຫວ່າງ ຫວຽດນາມ ແລະ ອາຟະລິກາໃຕ້.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານນາງ Nosiviwe Noluthando Mapisa – Nqakula, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ນັກຮົບເກົ່າ ອາຟະລິກາໃຕ້ (ພາບ: TTXVN) |
ຕອນບ່າຍວັນທີ 22 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Nosiviwe Noluthando Mapisa – Nqakula, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ນັກຮົບເກົ່າ ອາຟະລິກາໃຕ້, ທີ່ພວມມີການຢ້ຽມຢາມ ຫວຽດນາມ, ການມາຢ້ຽມຢາມ ຫວຽດນາມຂອງຄະນະຜູ້ແທນແມ່ນເພື່ອແນໃສ່ຖອດຖອນ, ຮ່ຳຮຽນເອົາບົດຮຽນ, ປະສົບການຂອງ ຫວຽດນາມໃນການພັດທະນາເສດຖະກິດ - ສັງຄົມ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ຫວຽດນາມຍາມໃດກໍ່ຖືການພັດທະນາການພົວພັນຮ່ວມມືກັບ ອາຟະລິກາໃຕ້ເປັນສຳຄັນ, ພ້ອມທັງຕີລາຄາສູງບົດບາດຂອງ ອາຟະລິກາໃຕ້ໃນບັນດາບັນດາຂອງພາກພື້ນ ແລະ ໂລກກໍ່ຄືບັນດາອົງການສາກົນ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ປະຈຸບັນ, ຫວຽດນາມ ໄດ້ ແລະກຳລັງຜັນຂະຫຍາຍ ແຜນຮ່າງ “ພັດທະນາການພົວພັນກັບບັນດາປະເທດທາງທິດຕາເວັນອອກພາກກາງ - ທະວີບອາຟະລິກາ ໄລຍະ 2016 - 2025” ໃນນັ້ນມີ ອາຟະລິກາໃຕ້ໄດ້ຮັບຖືວ່າແມ່ນຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມຢູ່ ທະວີບອາຟະລິກາ. ພິເສດວົງເງິນສອງຝ່າຍລະຫວ່າງ ຫວຽດນາມ ແລະ ອາຟະລິກາໃຕ້ຍາມໃດກໍ່ນຳໜ້າບັນດາປະເທດຢູ່ ທະວີບອາຟະລິກາ, ນີ້ໄດ້ຮັບຖືວ່າແມ່ນຈຸດພົ້ນເດັ່ນໃນການພົວພັນອັນແທດຈິງລະຫວ່າງ ຫວຽດນາມ ກັບບັນດາປະເທດໃນພາກພື້ນ. ຕີລາຄາສູງໝາກຜົນຂອງກອງປະຊຸມພົບປະເຈລະຈາລະຫວ່າງ ກະຊວງປ້ອງກັນປະເທດສອງປະເທດເຊິ່ງໄດ້ດຳເນີນໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມຈະສ້າງເງື່ອນໄຂເພື່ອໃຫ້ການພົວພັນປ້ອງກັນຊາດສອງຝ່າຍພັດທະນາຢ່າງສະດວກ, ປະກອບສ່ວນເຂົ້າໃນການພົວພັນ “ຄູ່ຮ່ວມມືເພື່ອການຮ່ວມມືແລະພັດທະນາ” ລະຫວ່າງ ຫວຽດນາມ ແລະ ອາຟະລິກາໃຕ້.