ນາຍົກລັດຖະມົນຕີ ອູກະແຣນ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ອູກະແຣນ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີຢູ​ແກຼມ Mykola Azarov
(ພາບ: en.rian.ru)

(vovworld) -     ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung, ວັນ​ທີ 15/11, ທ່ານ​ນາຍົກລັດຖະມົນຕີອູ​ກະ​ແຣນ Mykola Azarov ​​ເດີນທາງ​ມາ​ຮອດ​ຮ່າ​ໂນ້ຍ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໃນ​ເວລາ 2 ວັນ. ຕອນ​ບ່າຍ​ວັນ​ທີ 15/11, ທ່ານ​ນາຍົກລັດຖະມົນຕີ Mykola Azarov ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ອູ​ກະ​ແຣນ. ວັນ​ທີ 16/11, ພິທີ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີອູ​ກະ​ແຣນ ຈະດຳ​ເນີນ​ໄປຢູ່​ຮ່າ​ໂນ້ຍ ​ຢ່າງ​ເປັນ​ທາງ​ການ​. ຫຼັງ​ຈາກ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ທ່ານ​ນາຍົກລັດຖະມົນຕີ Mykola Azarov ຈະ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ນາຍົກລັດຖະມົນຕີ Mykola Azarov  ກໍ​ຈະ​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່າ​ນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong, ທ່ານ​ປະທານ​ປະ​ເທ​​ດ Truong Tan Sang ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung.

ຂ່າວ/ບົດ​ອື່ນ