ນາຍົກລັດຖະມົນຕີ ເຢຍລະມັນໄປຢ້ຽມຢາມຈີນ

ນາຍົກລັດຖະມົນຕີ ເຢຍລະມັນໄປຢ້ຽມຢາມຈີນ - ảnh 1
ທ່ານ​ນາງ ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel
ແລະ ທ່ານ​ປະທານ​ປະ​ເທດ​ຈີນ​ສື​ຈິນຝິງ
(ພາບ: Tân Hoa xã)

(vovworld) - ວັນ​ທີ 6/7, ທ່ານ​ນາງ ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel ​ເດີນທາງ​ໄປ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 6-8/7, ຕຳ​ຄຳ​ເຊີນ​ຂອງ​ນາຍົກລັດຖະມົນຕີຈີນ ຫຼີ​ເຄີ​ຊຽງ. ຢູ່​ແຂວງ ຊີືຈວານ ທ່ານ​ນາງ ນາຍົກລັດຖະມົນຕີ​​ Angela Merkel ​ໄດ້​​ໄປ​ຢ້ຽມຢາມ​ໂຮງງານ​ຮ່ວມ​ທຸລະ​ກິດ​ຈຳນວນ​ໜຶ່ງ​ລະຫວ່າງ​ສອງ​ປະ​ເທດ. ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຮ່ວມ​ມື​ຫັນ​ເປັນ​ຕົວ​ເມືອງ​ແບບ​ໃໝ່ ​ແລະ ​ເວທີ​ປາ​ໄສ​ຄູ່​ເຈລະຈາ​ຈີນ - ​ເຢຍລະ​ມັນ​ປີ 2014. ຢູ່​ປັກ​ກິ​ງ, ທ່ານ​ນາງ ນາຍົກລັດຖະມົນຕີ​​ Angela Merkelຈະ​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ​ຈີນ​ສື​ຈິນຝິງ, ພົບ​ປະ​ເຈ​ລະ​ນາ​ກັບ​ທ່ານ​ນາຍົກລັດຖະມົນຕີຈີນ ຫຼີ​ເຄີ​ຊຽນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຈາງ​ຕີ​ຈຽງ . ຕາມ​ແຫຼ່ງຂ່າວ​ຈາກ​ຈີນ​ແລ້ວ, ຈຸດປະສົງ​ຕົ້ນຕໍ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ບັນຫາ​ຮ່ວມ​ມື​ດ້ານ​ການ​ຄ້າ. ຄາດ​ວ່າ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ສອງ​ຝ່າຍ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື 10 ສະບັບ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ພະລັງງານ​ສະອາດ, ປະຢັດ​ພະລັງງານ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ນອກ​ນັ້ນ​ສອງ​ຝ່າຍ​ກໍ່​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ ຢູ​ແກຼນ, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ, ກໍ່​ຄື​ສະພາບ​ທີ່​ພວມ​ເຄັ່ງຮ້ອນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ການ​ຢ້ຽມຢາມ​ຄັ້ງ​ນີ້​ຍັງ​ແນ​ໃສ່​ກະກຽມພື້ນຖານ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ເຢຍລະ​ມັນ - ຈີນ ​ເຊິ່ງຈະ​ຈັດ​ຂຶ້ນ​ຢູ່​ແບກ​ແລງ​ໃນ​ເດືອນ 10 ປີ​ນີ້.

ຂ່າວ/ບົດ​ອື່ນ