(vovworld) - ຕອນບ່າຍວັນທີ 12/11, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ໃຫ້ການຕ້ອນຮັບທ່ານປະທານປະທານສຳພັນທະມິດທະບຽນສານສາກົນ Jean Paul Decorps, ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ສະແດງຄວາມຫວັງວ່າ ການເຄື່ອນໄຫວສົມທົບກັນຈັດຕັ້ງກອງປະຊຸມກ່ຽວກັບການແຮກສ່ຽວທະບຽນສານທ້ອງຖິ່ນລະຫວ່າງຫວຽດນາມ - ຝລັ່ງ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລີກ, ແທດຈິງ ແລະ ມີປະສິດທິຜົນ, ປະກອບສ່ວນເພີ່ມທະວີສາຍພົວພັນຮ່ວມມືອັນເປັນມູນເຊື້ອທີ່ດີງາມລະຫວ່າງຂະແໜງທະບຽນສານສອງປະເທດກວ່າອີກ, ສ້າງຄວາມສະດວກ ແລະ ກອບກົດໝາຍທີ່ຮັບປະກັນໃຫ້ບັນດາການແລກປ່ຽນພົນລະເຮືອນ, ການຄ້າ, ການລົງທຶນຂອງບັນດາອົງການ, ພົນລະເມືອງແຕ່ລະປະເທດ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກເປີດກວ້າງການຮ່ວມມື ບໍ່ພຽງແຕ່ກັບບັນດາປະເທດໃນໂລກເທົ່ານັ້ນ ຫາກຍັງຢາກຮ່ວມມືກັບບັນດາອົງການສາກົນອີກດ້ວຍ, ໃນນັ້ນມີບັນດາອົງການສະຫະສະມາຄົມວິຊາຊີບສາກົນ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ຫວຽດນາມ ພວມມີບາດກ້າວທີຕັ້ງໜ້າ ເພີ່ອກາຍເປັນສະມາຊິກຂອງສຳພັນທະມິດທະບຽນສານສາກົນ.