ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບຫົວໜ້າຄະນະກຳມະການກວດກາສູນກາງ ລາວ
ທ່ານ ບຸນທອງ ຈິດມະນີ ແລະ ທ່ານ ນາຍົກລັດຖະມົນຕີ Nguyen Tan Dung
(ພາບ: VGP)
(vovworld) - ຕອນບ່າຍວັນທີ 22/5, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ໃຫ້ການຕ້ອນຮັບ ທ່ານ ບຸນທອງ ຈິດມະນີ, ຫົວໜ້າຄະນະກຳມະການກວດກາສູນກາງ, ຫົວໜ້າຄະນະກວດກາລັດຖະບານລາວ ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ເນັ້ນໜັກວ່າ: ຍາມໃດຫວຽດນາມ ກໍສະໜັບສະໜູນບັນດາການເຄື່ອນໄຫວຮ່ວມມືລະຫວ່າງບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ກັບຄະນະກຳມະການກວດກາສູນກາງ, ກວດກາລັດຖະບານລາວ, ພິເສດແມ່ນການຮ່ວມມືໃນການບຳລຸງສ້າງແຫຼ່ງຊັບພະຍາຍກອນມະນຸດ, ກວດກາການປະຕິບັດບັນດານະໂຍບາຍກົດໝາຍ, ແລກປ່ຽນ, ແບ່ງປັນບົດຮຽນເຊິ່ງກັນ ແລະ ກັນ ໃນວຽກງານປ້ອງກັນ, ຕ້ານສໍ້ລາດບັງຫຼວງ, ການຟຸມເຟືອຍ.... ສ່ວນທ່ານ ບຸນທອງ ຈິດມະນີ, ຫົວໜ້າຄະນະກຳມະການກວດກາສູນກາງ, ຫົວໜ້າຄະນະກວດກາລັດຖະບານລາວ ໄດ້ຢັ້ງຢືນວ່າ ພັກ, ລັດລາວ ຈະມານະພະຍາຍາມພ້ອມກັບພັກ, ລັດຫວຽດນາມ ສືບຕໍ່ເພີ່ມພຸນຄຸນສ້າງ, ພັດທະນາ ແລະ ເຮັດໃຫ້ການພົວພັນຮ່ວມມືມິດຕະພາບຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງກ່ວາອີກ.