ນາຍົກລັດຖະມົນຕີ Nguyen Tan Dung ເຮັດວຽກກັບສະມາຄົມທະນາຍຄວາມຫວຽດນາມ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ຕອນບ່າຍວັນທີ 16/7, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ພ້ອມກັບການນຳກະຊວງ, ຂະແໜງການສູນກາງຈຳນວນໜຶ່ງ ໄດ້ມີການເຮັດວຽກກັບສະມາຄົມທະນາຍຄວາມຫວຽດນາມ ກ່ຽວກັບໝາກຜົນແຫ່ງການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບການປະຕິບັດບັນດາມາດຕະການເພື່ອແນໃສ່ຊຸກຍູ້ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະມາຄົມທະນາຍຄວາມຫວຽດນາມ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ຫວັງວ່າ ໃນໄລຍະຈະມາເຖິງ, ສະມາຄົມທະນາຍຄວາມຫວຽດນາມ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອແນໃສ່ປະກອບສ່ວນເຂົ້າໃນວຽກງານສ້າງກົດໝາຍ, ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ວຽກງານເຜີຍແຜ່, ສຶກສາ, ເປັນທີ່ປຶກສາດ້ານກົດໝາຍ, ໜູນຊ່ວຍດ້ານນິຕິກຳ, ປະຕິຮູບການບໍລິຫານ, ປົກປ້ອງສິດ ແລະ ຜົນປະໂຫຍດອັນເປັນທຳຂອງປະຊາຊົນ, ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕຂອງປະເທດຊາດຢ່າງໝັ້ນຄົງກ່ວາອີກ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ກໍຕັກເຕືອນໃຫ້ສະມາຄົມທະນາຍຄວາມຫວຽດນາມ ສືບຕໍ່ເອົາໃຈໃສ່ເຖິງວຽກງານພົວພັນຕ່າງປະເທດ ແລະ ຮ່ວມມືສາກົນ, ປະກອບສ່ວນປະຕິບັດແນວທາງການຕ່າງປະເທດປະຊາຊົນຂອງພັກ ແລະ ລັດ ຢ່າງມີປະສິດທິຜົນ, ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນ.