ພິທີຕ້ອນຮັບທ່ານ David Cameron (ພາບປະກອບ)
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ສສ. ຫວຽດນາມ ຫງວຽນເຕີ໋ນຢຸງ, ທ່ານນາຍົກລັດຖະມົນຕີ ສະຫະພັນລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ David Cameron ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 29 – 30/7/2015. ຮ່ວມເດີນທາງພ້ອມກັບຄະນະມີ: ຫົວໜ້າຫ້ອງວ່າການນາຍົກລັດຖະມົນຕີທ່ານ Ed Llewenlly; ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດທ່ານ Kim Darroch; ທ່ານເອກອັກຄະລັດຖະທູດສະຫະພັນລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ ປະຈຳ ຫວຽດນາມ Giles Lever; ທ່ານລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດ ອັງກິດ Hugo Swire; ທ່ານລັດຖະມົນຕີຮັບຜິດຊອບກ່ຽວກັບການຄ້າ ແລະ ການລົງທຶນ ກະຊວງການຕ່າງປະເທດ ອັງກິດ ແລະ ຜູ້ຕ່າງໜ້າພາກສ່ວນຕ່າງໆອັນຈຳນວນໜຶ່ງ...
ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ອັງກິດ ແມ່ນເພື່ອແນໃສ່ແລກປ່ຽນບັນດາມາດຕະການ, ທິດທາງເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ ເລິກເຊິ່ງກ່ວາອີດ. ຊຸກຍູ້ບັນດາທ່າແຮງ ແລະ ຄວາມສາມາດປົ່ນຊ້ອນຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດການລົງທຶນ, ວິທະຍາສາດເຕັກໂນໂລຊີທັນສະໄໝ, ການເງິນ - ທະນາຄານ, ການສຶກສາ - ບຳລຸງສ້າງ, ການປ້ອງກັນຊາດ…ພ້ອມກັນນັ້ນ, 2 ຝ່າຍຈະແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມມື ແລະ ສະໜັບສະນູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສ ແລະ ອົງການສາກົນ.
ຕອນບ່າຍວັນທີ 29/7, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ໄດ້ເປັນປະທານພິທີຕ້ອນຮັບ ແລະ ດຳເນີນການເຈລະຈາກັບທ່ານນາຍົກລັດຖະມົນຕີ ສະຫະພັນລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ David Cameron. ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີທັງ 2 ໄດ້ພ້ອມກັນແລກປ່ຽນທິດທາງ ແລະ ເປັນເອກະພາບກັນບັນດາມາດຕະການ ແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອັງກິດເລິກເຊິ່ງຂຶ້ນຕື່ມ, ຊຸກຍູ້ບັນດາທ່າແຮງ ແລະ ຄວາມສາມາດຮ່ວມມືລະຫວ່າງ 2 ປະເທດ. ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີທັງ 2 ໄດ້ເປັນສັກຂີພິຍານພິທີລົງນາມບາງເອກະສານຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດຈຳນວນໜຶ່ງ.