ນາຍົກລັດຖະລັດຖະມົນຕີເຂົ້າຮ່ວມວັນ​ຄົບ​ຮອບ70ປີຂອງກຳລັງສືບລາຊະການລັບ​ຕຳຫຼວດ


ນາຍົກລັດຖະລັດຖະມົນຕີເຂົ້າຮ່ວມວັນ​ຄົບ​ຮອບ70ປີຂອງກຳລັງສືບລາຊະການລັບ​ຕຳຫຼວດ - ảnh 1
ທ່ານນາຍົກລັດຖະລັດຖະມົນຕີ ຫງວຽນ​ເຕີ້ນ​ຢຸງ ໄດ້ມອບຫຼຽນ​ໄຊໂຮ່​ຈິ​ມິນ​​ຄັ້ງ​ທີ 3 ໃຫ້​ແກ່ກຳ​ລັງ​ສືບ​ລາ​ຊະ​ການ​ລັບຕໍາຫຼວດປະຊາຊົນ

(vovworld)-ໃນຕອນເຊົ້າ19/2, ຄະນະ​ພັກຕໍາຫຼວດສູນ​ກາງ ແລະ ກະຊວງຕຳຫຼວດໄດ້ຈັດຂຶ້ນພິທີສະ​ເຫຼີມ​ສະຫຼອງ 70 ປີແຫ່ງວັນ​ມູນ​ເຊື້ອ​ຂອງ​ກຳ​ລັງ​ສືບ​ລາ​ຊະ​ການ​ລັບຕໍາຫຼວດປະຊາຊົນ (21/2 / 1946- 21/2/2016) ແລະຕ້ອນຮັບຫຼຽນ​ໄຊໂຮ່​ຈິ​ມິນ. ໃນພິທີ, ທ່ານນາຍົກລັດຖະລັດຖະມົນຕີ ຫງວຽນ​ເຕີ້ນ​ຢຸງ ໄດ້ມອບຫຼຽນ​ໄຊໂຮ່​ຈິ​ມິນ​​ຄັ້ງ​ທີ 3 ໃຫ້​ແກ່ກຳ​ລັງ​ສືບ​ລາ​ຊະ​ການ​ລັບຕໍາຫຼວດປະຊາຊົນ. ທ່ານນາຍົກລັດຖະລັດຖະມົນຕີ ຫງວຽນ​ເຕີ້ນ​ຢຸງ ຢືນ​ຢັນ​ວ່າ: ຜ່ານ​ໄລ​ຍະ​ຕ່າງໆ, ເປັນ​ຕົ້ນ​ແມ່ນ​ໄລ​ຍະ​ປ່ຽນ​ແປງ​ໃໝ່, ກຳ​ລັງ​ສືບ​ລາ​ຊະ​ການ​ລັບຕໍາຫຼວດປະຊາຊົນໄດ້​ເປັນ​ເຈົ້າ​ການ​ກຳ​ແໜ້ນ​ສະ​ພາບ​ການ, ນຳ​ສະ​ເໜີ ແລະ ເປັນ​ເສ​ນາ​ທິ​ການ​ກັບ​ການ​ນຳ​ພັກ, ລັດ​ກ່ຽວ​ກັບຫຼາຍ​ບັນ​ຫາທີີ່​ມີ​ລັກ​ສະ​ນະຍຸດທະສາດໃນ​ບັນ​ດາ​ຂົງ​ເຂດການພົວພັນພາຍໃນ ແລະ ພົວ​ພັນ​ຕ່າງ​ປະ​ເທດ. ກຳ​ລັງ​ສືບ​ລາ​ຊະ​ການ​ລັບຕໍາຫຼວດປະຊາຊົນໄດ້​ເປັນ​ເຈົ້າ​ການ​ຍູ້​ແຮງການເຊື່ອມໂຍງ​ເຂົ້າ​ກັບສາກົນ ແລະ ເປີດ​ກ້​ວາງ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ ,    ພ້ອມ​ທັງ​ຍົກ​ສູງບົດບາດແລະທີ່ຕັ້ງ  ຂອງຫວຽດນາມໃນເວທີສາກົນ.

    ທ່ານນາຍົກລັດຖະລັດຖະມົນຕີ ຫງວຽນ​ເຕີ້ນ​ຢຸງ ຮຽກ​ຮ້ອງ​ໃຫ້ກຳ​ລັງ​ສືບ​ລາ​ຊະ​ການ​ລັບຕໍາຫຼວດ ປະຊາຊົນ​ຈົ່ງຮ່ຳ​ຮຽນ,ຝຶກຝົນຫຼໍ່ຫຼອມ, ຍົກ​ສູງຄຸນນະພາບ ແລະ ປະສິດທິຜົນໃນວຽກ​ງານ​ຕ່າງໆ ເພື່ອ​ເຮັດຫຼ້ອນ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ປະ​ເທດ​ຊ​າດ .

 

 

ຕອບກັບ

ຂ່າວ/ບົດ​ອື່ນ