ນາມດິ້ງຄວນສຸມກຳລັງທັງໝົດເພື່ອຟື້ນຟູການຜະລິດພາຍຫຼັງພາຍຸ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເຮັດວຽກກັບການນຳແຂວງ ນາມດິ້ງ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ເມື່ອກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸເລກ 1 ແລະເຮັດວຽກກັບການນຳແຂວງ ນາມດິ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ນາມດິ້ງຄວນສຸມກຳລັງທັງໝົດເພື່ອຟື້ນຟູການຜະລິດ, ລະບາຍນຳ້ກູ້ເອົາເຂົ້າ ແລະ ພືດ; ພ້ອມທັງຊ່ວຍເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ.ທ່ານນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ ສະເໜີແຂວງ ນາມດິ້ງຄວນຄິດໄລ່, ມີມາດຕະການແກ້ໄຂບັນດາເນື້ອທີ່ເຂົ້າ ແລະ ພືດຖືກຜົນສະທ້ອນ, ບໍ່ປະໃຫ້ປະລິມານການຜະລິດທັນຍາຫານຖືກຂາດແຄນ. ບັນດາເນື້ອທີ່ປູກເຂົ້າທີ່ຖືກພາຍຸທຳລາຍ, ທາງທ້ອງຖີ່ນຄວນຜັນຂະຫຍາຍການປູກໃຫມ່ ຫຼືຫັນປ່ຽນຜົນລະປູກໃຫ້ເໝາະສົມ, ຮັບປະກັນລະດູການປູກຝັງ ແລະ ສະມັດຕະພາບ. ນອກນັ້ນທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງແຂວງນາມດິ້ງ ຄວນຍູ້ແຮງວຽກງານໂຄສະນາໃຫ້ປະຊາຊົນຍົກສູງສະຕິລະວັງຕົວ, ເປັນເຈົ້າການປ້ອງກັນ, ຕ້ານພາຍຸ, ເພາະວ່ານີ້ແມ່ນໜຶ່ງໃນບັນດາມາດຕະການທີ່ມີປະສິດທິຜົນທີ່ສຸດ ເພື່ອຈຳກັດຄວາມເສຍຫາຍຈາກໄພທຳມະຊາດ.