ນາໂຕປຶກສາຫາລືກ່ຽວກັບບັນດາການທ້າທາຍສຳລັບພັນທະມິດການທະຫານນີ້
ພາບປະກອບ
(vovworld) – ວັນທີ 28/5, ອົງການນາໂຕ ໄດ້ໂຮມປະຊຸມຢູ່ນະຄອນ Tirana ຂອງ Albania ເພື່ອປືກສາຫາລືກ່ຽວກັບວິທີຮັບມືຂອງພັນທະມິດການທະຫານນີ້ກັບບັນດາສິ່ງທ້າທາຍຕ່າງໆກ່ອນທີ່ຈັດກອງປະຊຸມສຸດຍອດຂອງພັນທະມິດການທະຫານນີ້ໃນເດືອນ 7 ຈະມາເຖິງ. ຫຼັກໝັ້ນແຂງກະດ້າງນີ້ຂອງ ລັດເຊຍ ສຳລັບ ຢູແກຼນ, ລັດທິກໍ່ການຮ້າຍ ແລະ ວິກິດການອົບພະຍົບແມ່ນບັນດາຫົວຂໍ້ຕົ້ນຕໍໄດ້ນຳມາປຶກສາຫາລືໃນວາລະປະຊຸມຄັ້ງນີ້. ຕາມຮ່າງຖະແຫຼງການຂອງກອງປະຊຸມ, ສະພາຈະເຫັນດີເປັນເອກະສັນກະຕຸກຊຸກຍູ້ບັນດາການນຳພັນທະມິດເພີ່ມທະວີຄວາມສາມາດປ້ອງກັນຕົວ ແລະ ນາບຂູ່ລວມໝູ່, ພັດທະນາຍຸດທະສາດຮອບດ້ານເພື່ອແນໃສ່ຊຸກຍູ້ສະຖຽນລະພາບຢູ່ ອາບຟຣີກາເໜືອ ແລະ ຕາເວັນອອກກາງ, ພ້ອມທັງຮັບປະກັນວ່າບັນດາປະເທດພັນທະມິດທັງໝົດລ້ວນແຕ່ຕອບສະໜອງໄດ້ຈຸດໝາຍຄາດໃຊ້ຈ່າຍໝາຍການທະຫານ ແລະ ຊຸກຍູ້ການຮ່ວມມືກັບພັນທະມິດ ເອີລົບ.