ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg
(ພາບ: Hương Giang)
|
(vovworld) – ວັນທີ 10/2, ບັນດາລັດຖະມົນຕີວ່າການກະຊວງປ້ອງກັນປະເທດ 28 ປະເທດສະມາຊິກຂອງອົງການນາໂຕ (NATO) ໄດ້ຮັບຮອງເອົາການເພີ່ມທະວີການປະຈຳການດ້ານການທະຫານຢູ່ ເອີລົບ ຕາເວັນອອກ. ນີ້ແມ່ນການກະທຳອາດຈະເຮັດໃຫ້ການພົວພັນລະຫວ່າງ ນາໂຕ ແລະ ລັດເຊຍ ເຄັ່ງຕຶງຂຶ້ນຕື່ມ. ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg ຊີ້ແຈ້ງວ່າ: ການປະຈຳການດ້ານການທະຫານໄດ້ເພີ່ມທະວີຂຶ້ນສຳລັບບັນດາກຳລັງນາໆຊາດທາງບົກ, ທາງອາກາດ ແລະ ທາງທະເລ ແລະ ມີການຈັດສົ່ງໂດຍໝູນວຽນເປັນປະຈຳໃນບໍລິເວນຖືກນາບຂູ່. ກຳລັງປະຕິກິລິຍາໄວ ຈະໄດ້ເພີ່ມຂຶ້ນທົບ 3 ເທົ່າ, ແຕ່ 13.000 ຄົນຂຶ້ນເຖິງ 40.000 ຄົນ, ພ້ອມກັນນັ້ນ, ນາໂຕ ຈະສ້າງຕັ້ງກຳລັງແຊກແຊງມີປະສິດທິຜົນອາດສາມາດຜັນຂະຫຍາຍໃນ 2, 3 ວັນ, ດ້ວຍຈຳນວນທະຫານ 5.000 ຄົນທີ່ໄດ້ຮັບການໜູນຫຼັງຈາກກອງທັບອາກາດ ແລະ ທະຫານເຮືອ. ນີ້ແມ່ນສັນຍານຢ່າງແຮງຂອງນາໂຕ ນອກຈາກບັນດາມາດຕະການທີ່ໄດ້ຮັບການນຳໃຊ້ນັບແຕ່ເມື່ອເກີດການປະທະກັນຢູ່ ພາກຕາເວັນອອກ ຢູແກຼນ ເພື່ອແນໃສ່ເຮັດໃຫ້ສຳພັນທະມິດຢູ່ ເອີລົບ ຕາເວັນອອກມີຄວາມອຸ່ນອ່ຽນໃຈ. ນອກຈາກສູນບັນຊາການ 6 ແຫ່ງທີ່ໄດ້ສ້າງຕັ້ງຢູ່ເອີລົບຕາເວັນອອກໃນປີ 2015 ແລ້ວ, ທ່ານ Stoltenberg ໃຫ້ຮູ້ວ່າ: ແຕ່ນີ້ຮອດທ້າຍປີ 2016 ຈະເປີດສູນບັນຊາການໃໝ່ຕື່ມອີກ 2 ແຫ່ງ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວດ້ານການທະຫານຢູ່ເຂດນີ້.