(vovworld) – EU-ຫວຽດນາມ: ນຳການພົວພັນການຄ້າຂື້ນສູ່ລະດັບສູງໃໝ່ ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາ ໂດຍກຸ່ມສະມາຊິກລັດຖະສະພາ ມິດຕະພາບ ສະຫະພາບເອີລົບ (EU)-ຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ລະຊະອານາຈັກ ແບນຊິກ ແລະ ສະຖາບັນຄົ້ນຄ້ວາເອີລົບກ່ຽວກັບອາຊີ ສົມທົບກັນຈັດຕັ້ງ ໃນວັນທີ 27/4, ທີ່ສຳນັກງານສະພາສູງເອີລົບ(EP) ຢູ່ນະຄອນຫຼວງ Brussels, ແບນຊິກ. ບັນດາຜູ້ແທນສຸມໃສ່ສົນທະນາ ກ່ຽວກັບຈຸດສຸມ, ແງ່ຫວັງ ແລະ ຜົນປະໂຫຍດ ເຊິ່ງສັນຍາການຄ້າເສລີ ຫວຽດນາມ-EU (EVFTA) ຈະນຳມາໃຫ້ບັນດາວິສາຫະກິດສອງຝ່າຍ. ຕາມບັນດາຜູ້ບັນຍາຍ, ການພົວພັນເສດຖະກິດ, ການຄ້າ EU-ຫວຽດນາມ ແມ່ນຮູບແບບພັດທະນາປະສົບຜົນສຳເລັດ. ເດືອນ 8/2015, ຫວຽດນາມ ແລະ EU ບັນລຸໄດ້ຂໍ້ຕົກລົງກ່ຽວກັບ ສັນຍາການຄ້າເສລີຮອບດ້ານ (EVFTA). ການພົວພັນການຄ້າ ລະຫວ່າງ EU-ຫວຽດນາມ ສືບຕໍ່ໄດ້ຮັບການພັດທະນາ ຕອນທີ່ຢູ່ວາລະປະຊຸມຄົບຄະນະ ເມື່ອເດືອນ 12 ປີກາຍ, EP ເຫັນດີຮັບຮອງເອົາ ສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ (PCA) ກັບ ຫວຽດນາມ. ບັນດາສັນຍານີ້ ຈະສ້າງກຳລັງໜູນ ໃຫ້ບັນດາບໍລິສັດເອີລົບ ເພີ່ມທະວີການມີໜ້າ ຢູ່ ຕະຫຼາດ ຫວຽດນາມ EVFTA ສາມາດເພີ່ມມູນຄ່າການສົ່ງອອກ ຂອງຫວຽດນາມ ໄປຍັງ EU ປະມານ 4% ໃນແຕ່ລະປີ ແລະ ການສົ່ງອອກຂອງ EU ມາຍັງ ຫວຽດນາມ ແມ່ນຫຼາຍກວ່າ 3%. ສາດສະດາຈານ David Camroux, ຂື້ນກັບສູນຄົ້ນຄ້ວາ ສາກົນ- ໂຮງຮຽນວິທະຍາສາດ-ການເມືອງ Paris, ຖືວ່າ ວຽກ EU ເປີດກ້ວາງຈະນຳເອົາ ຜົນປະໂຫຍດຫຼາຍຢ່າງ ມາໃຫ້ຫວຽດນາມ. EVFTA ຈະປະກອບສ່ວນເພີ່ມທະວີ ການພົວພັນເສດຖະກິດ, ການຄ້າ ລະຫວ່າງ ຫວຽດນາມ ກັບບັນດາປະເທດ EU ກວ່າອີກ. ສຳລັບ EU ແລ້ວ, ຫວຽດນາມ ແມ່ນປະເທດທີ່ຫາກໍ່ຫັນເປັນອຸດສາຫະກຳ ຢູ່ ອາຊີ.