ນຳການພົວພັນຫວຽດນາມ-ນິວຊີແລນຂຶ້ນສູ່ລະດັບສູງໃໝ່
ທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ແລະ ທ່ານ ລັດຖະມົນຕີການຕ່າງປະເທດ ນິວຊີແລນ Murray McCuly ໄດ້ດຳເນີນການເຈລະຈາ |
(vovworld)- ໂດຍຮັບຄຳເຊີນຈາກທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ, ທ່ານ ລັດຖະມົນຕີການຕ່າງປະເທດ ນິວຊີແລນ Murray McCuly ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 24-25/4. ຕອນບ່າຍວັນທີ 24/4, ທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ແລະ ທ່ານ ລັດຖະມົນຕີການຕ່າງປະເທດ ນິວຊີແລນ Murray McCuly ໄດ້ດຳເນີນການເຈລະຈາ. 2 ຝ່າຍໄດ້ຢືນຢັນຄືນຄວາມສຳຄັນຂອງການພົວພັນຫວຽດນາມ-ນິວຊີແລນ ແລະ ສະແດງຄວາມຫວັງສືບຕໍ່ປັບປຸງທ່າພັດທະນາເພື່ອແນໃສ່ນຳການພົວພັນ 2 ຝ່າຍຂຶ້ນສູ່ລະດັບສູງໃໝ່. 2 ຝ່າຍເຫັນດີຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະ ພົບປະຂັ້ນສູງໃນປີ 2017. 2 ຝ່າຍຢືນຢັນຄວາມຕັດສິນໃຈນຳວົງເງິນການຄ້າ 2 ສົ້ນໃຫ້ບົນລຸ 1,7 ຕື້ USD ໃນປີ 2020.
ການນຳທັງ 2 ຢືນຢັນເພີ່ມທະວີການຮ່ວມມື, ສົມທົບກັນຢ່າງມີປະສິດທິຜົນຢູ່ບັນດາເວທີປາໄສສາກົນ. 2 ຝ່າຍເຫັນດີຕໍ່ການແກ້ໄຂການຂັດແຍ້ງສາກົນ ໃນນັ້ນມີການຂັດແຍ້ງກັນຢູ່ທະເລຕາເວັນອອກດ້ວຍມາດຕະການໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດຕາມຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (DOC), ກ້າວໄປສູ່ການສ້າງກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (COC) ໂດຍໄວ.