ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ
ແລະ ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte
(ພາບ: baomoi.com)
(vovworld) – ຕອນເຊົ້າວັນທີ 16/06, ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໄດ້ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການເປັນເວລາ 2 ວັນຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ. ພາຍຫຼັງພິທີຕ້ອນຮັບເມື່ອຕອນບ່າຍວັນທີ 16/06, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ແລະ ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໄດ້ດຳເນີນການເຈລະຈາ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ
ແລະ ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ເຂົ້າຮ່ວມການເຈລະຈາ
(ພາບ: baomoi.com)
ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະສັນຈະສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆເປັນປະຈຳ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ, ນັກລົງທຶນສອງປະເທດເພີ່ມທະວີການຮ່ວມມື, ຍົກສູງປະສິດທິຜົນໃນການດຳເນີນທຸລະກິດ ແລະ ລົງທຶນ. ໃນການລາຍງານໝາກຜົນການເຈລະຈາກັບວົງການນັກຂ່າວພາຍໃນ ແລະ ຕ່າງປະເທດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ແລະ ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ເນັ້ນໜັກວ່າ: ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດດ້ານກະສິກຳ ແລະ ການຄ້ຳປະກັນສະບຽງອາຫານຢ່າງເປັນທາງການ. ຫວຽດນາມ ແລະ ໂຮນລັງ ຈະສືບຕໍ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດ: ນ້ຳມັນອາຍແກດ, ທ່າກຳປັ່ນທະເລ, ຕໍ່ກຳປັນ ແລະ ການບໍລິການພະລາທິການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ຢືນຢັນວ່າ:
“ຂ້າພະເຈົ້າ ແລະ ທ່ານນາຍົກລັດຖະມົນຕີໂຮນລັງ ໄດ້ພ້ອມກັນແບ່ງປັນຄວາມເປັນຫ່ວງກັງວົນອັນເລິກເຊິ່ງກ່ຽວກັບສະພາບການຢູ່ທະເລຕາເວັນອອກໃນປະຈຸບັນ. ທ່ານນາຍົກລັດຖະມົນຕີໂຮນລັງ ໄດ້ຢືນຢັນຫຼັກໝັ້ນສອດຄ່ອງກັບຖະແຫຼງການຂອງສະຫະພາບເອີລົບ ແລະ ສະຫນັບສະໜູນເນື້ອໃນຖະແຫຼງການຂອງບັນດາທ່ານລັດຖະມົນຕີການຕ່າງປະເທດອາຊຽນ ກ່ຽວກັບສະພາບການຢູ່ທະເລຕາເວັນອອກ. ສອງຝ່າຍໄດ້ເນັ້ນໜັກຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ, ຄວາມເສລີໃນການເດີນທະເລ ແລະ ທາງອາກາດ ຢູ່ທະເລຕາເວັນອອກກໍ່ຄືການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງ ຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ຄວາມຈຳເປັນຂອງເລື່ອງຕ້ອງບັນລຸປະມວນຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ “.
ສິ້ນສຸດການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ແລະ ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໄດ້ພ້ອມກັນລົງນາມໃນສັນຍາຄູ່ຮ່ວມມືຍຸດທະສາດດ້ານກະສິກຳແບບຍືນຍົງ ແລະ ການຄ້ຳປະກັນສະບຽງອາຫານລະຫວ່າງລັດຖະບານຫວຽດນາມ ແລະ ໂຮນລັງ. ນາຍົກລັດຖະມົນຕີ ສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມບັນດາເອກະສານຮ່ວມມືໃນຂົງເຂດນ້ຳມັນອາຍແກດລະຫວ່າງວິສາຫະກິດສອງປະເທດ. ນາຍົກລັດຖະມົນຕີສອງທ່ານເຫັນດີເປັນເອກະສັນອອກຖະແຫຼງການຮ່ວມກ່ຽວກັບໝາກຜົນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte.
ໃນຕອນບ່າຍຂອງວັນດຽວກັນ, ຢູ່ຮ່າໂຮ້ຍ, ທ່ານປະທານປະເທດຫວຽດນາມເຈືອງເຕິນຊາງ ແລະ ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ກໍ່ໄດ້ໃຫ້ກຽດຕ້ອນຮັບທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte./.