ນຳເຂດເສດຖະກິດ ຮ່ອນລາ ໃຫ້ກາຍເປັນສູນພະລັງງານໃໝ່ຂອງ ຫວຽດນາມ
(VOVWORLD) - ເຂດເສດຖະກິດ ຮ່ອນລາ ມີຄວາມສາມາດບົ່ມຊ້ອນ, ທ່າແຮງ ເພື່ອພັດທະນາພະລັງງານສະອາດ, ພິເສດແມ່ນໄຟຟ້າແຮງລົມຢູ່ເຂດແຄມຝັ່ງ ແລະ ນອກຊາຍຝັ່ງທະເລ.
(ທ່ານຫົວໜ້າຄະນະເສດຖະກິດສູນກາງ ເຈິ່ນຕວັນແອັງ ໄດ້ໄປຢ້ຽມຢາມ, ເຮັດວຽກກັບບັນດາຫົວໜ່ວຍຢູ່ທ່າກຳປັ່ນ ຮ່ອນລາ)
|
ຕອນບ່າຍວັນທີ 20 ເມສາ, ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫວຽດນາມ ເຈິ່ນຕວັນແອັງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບັນດາຫົວໜ່ວຍຢູ່ທ່າກຳປັ່ນ ຮ່ອນລາ, ເມືອງ ກວາງແຈກ, ແຂວງ ກວາງບິ່ງ. ທີ່ການເຮັດວຽກ, ທ່ານ ເຈິ່ນຕວັນແອັງ ຕີລາຄາວ່າ ເຂດເສດຖະກິດ ຮ່ອນລາ ມີຄວາມສາມາດບົ່ມຊ້ອນ, ທ່າແຮງ ເພື່ອພັດທະນາພະລັງງານສະອາດ, ພິເສດແມ່ນໄຟຟ້າແຮງລົມຢູ່ເຂດແຄມຝັ່ງ ແລະ ນອກຊາຍຝັ່ງທະເລ. ທ່ານ ເຈິ່ນຕວັນແອັງ, ເນັ້ນໜັກວ່າ:
“ສຳລັບຍຸດທະສາດເສດຖະກິດທະເລ ເຊິ່ງມະຕິຂອງສູນກາງພັກໄດ້ປະກາດໃຊ້ ກໍ່ກຳນົດຢ່າງຈະແຈ້ງເຖິງເນື້ອໃນພື້ນຖານ ແລະ ຄວາມຮຽກຮ້ອງພັດທະນາ, ບົດບາດກຳລັງໜູນຂອງບັນດາເຂດເສດຖະກິດທະເລ. ໃນນັ້ນ, ເຂດເສດຖະກິດທະເລ ຮ່ອນລາ ກໍ່ແມ່ນໜຶ່ງໃນຈຳນວນ 16 ເຂດເສດຖະກິດທະເລ ເຊິ່ງນາຍົກລັດຖະມົນຕີອະນຸມັດຜ່ານ. ຂ້າພະເຈົ້າໄດ້ຕັ້ງຄວາມຫວັງວ່າ ເສດຖະກິດ ຮ່ອນລາ ຈະກາຍເປັນໃຈກາງພະລັງງານໃໝ່, ສະອາດໃຫ້ແກ່ແຂວງ, ພາກພື້ນ ແລະ ປະເທດຊາດ”.
ທ່ານ ເຈິ່ນຕວັນແອັງ ກໍ່ສະເໜີໃຫ້ອຳນາດການປົກຄອງແຂວງ ກວາງບິ່ງ ທຸກຂັ້ນ ສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນມີຄວາມສາມາດບົ່ມຊ້ອນມາສຳຫຼວດ. ທາງແຂວງຕ້ອງມີບົດລາຍງານຍື່ນສະເໜີຕໍ່ລັດຖະບານ, ຄະນະເສດຖະກິດສູນກາງຄົ້ນຄວ້າ, ສືບຕໍ່ສົມທົບກັນ, ຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນໃນການພັດທະນາໄຟຟ້າແຮງລົມ ແລະ ໄຟຟ້າແຮງລົມນອກຊາຍຝັ່ງ ຢູ່ເຂດເສດຖະກິດ ຮ່ອນລາ ຢ່າງຄົບຖ້ວນ.