ບີ່ງເຢືອງເອົາໃຈໃສ່ເປັນພິເສດເຖິງການດຶງດູດທຶນFDIເພື່ອພັດທະນາການທ່ອງທ່ຽວ
ພາບປະກອບ ແຂວງ ບິ່ງເຢືອງຕ້ອນຮັບປີໃໝ່ປີລະກາ 2017
|
(vovworld) – ຕາມການນຳພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ບີ່ງເຢືອງ ແລ້ວ, ສຳລັບຂົງເຂດການທ່ອງທ່ຽວນັບແຕ່ປີ 2016 ຮອດປີ 2020 ແຂວງ ບີ່ງເຢືອງ ມີຄວາມຕ້ອງການເງິນລົງທຶນກ່ວາ 6.300 ຕື້ດົ່ງ, ໃນນັ້ນແຫຼ່ງງົບປະມານຂອງລັດກວມແຕ່ 15 – 20%, ສ່ວນຍັງເຫຼືອແມ່ນແຫຼ່ງທຶນມາຈາກບັນດາບັນດາພາກສ່ວນເສດຖະກິດທີ່ເຂົ້າຮ່ວມພັດທະນາການທ່ອງທ່ຽວ, ພິເສດແມ່ນແຫຼ່ງທຶນ FDI (ເງິນລົງທຶນໂດຍກົງຈາກຕ່າງປະເທດ). ໃນໄລຍະ 2016 – 2020, ແຂວງ ບີ່ງເຢືອງ ຕ້ອງບັນລຸເປົ້າໝາຍພັດທະນາການທ່ອງທ່ຽວດ້ວຍລະດັບເຕີບໂຕສະເລ່ຍໃນແຕ່ລະປີແມ່ນປະມານ 20%. ແຂວງເອົາໃຈໃສ່ເປັນພິເສດເຖິງການອະນຸລັກຮັກສາແຫຼ່ງທີ່ດິນໃຫ້ແກ່ການພັດທະນາການທ່ອງທ່ຽວຊີວະພາບ, ມຸ່ງໄປເຖິງການດຶງດູດເງິນລົງທຶນຈາກຕ່າງປະເທດເຂົ້າບັນດາຂະແໜງບໍລິການລະດັບສູງ. ບັນດາຮູບການທ່ອງທ່ຽວທີ່ແຂວງ ບີ່ງເຢືອງ ສຸມໃສ່ລົງທຶນໃນໄລຍະແຕ່ປີ 2016 – 2020 ລວມມີ: ການທ່ອງທ່ຽວສົມທົບກັບການຈັດຕັ້ງເຫດການຕ່າງໆ, ການທ່ອງທ່ຽວຊື້ເຄື່ອງຂອງ, ທ່ອງທ່ຽວຊີວະພາບ, ທ່ອງທ່ຽວກິລາລະດັບສູງ…