(vovworld) – ໂດຍສືບຕໍ່ວາລະປະຊຸມປະຈຳເດືອນ 6, ວັນທີ 01/07, ລັດຖະບານສຸມໃສ່ປຶກສາຫາລືສະພາບການປະຕິບັດການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ໃນ 6 ເດືອນຕົ້ນປີ 2014, ກຳນົດທິດນຳໃຊ້ແຫຼ່ງລາຍຮັບຈາກການສ້າງໂຄງປະກອບຄືນໃໝ່, ຫັນວິສາຫະກິດເປັນຫຸ້ນສ່ວນ. ລັດຖະບານກໍ່ຮັບຟັງບົດລາຍງານສະພາບການ, ໝາກຜົນວຽກງານຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນ 6 ເດືອນຕົ້ນປີ 2014 ແລະ ພິຈາລະນາ, ປະກອບຄຳເຫັນປຶກສາຫາລືບັນດາບົດລາຍງານຫົວເລື່ອງສະເພາະອື່ນໆ.
ກ່ອນໜ້ານັ້ນ, ໃນວັນທີ 30/06, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ, ວາລະປະຊຸມຄັ້ງນີ້ຖືກດຳເນີນໄປໃນສະພາບພິເສດ ຍ້ອນແຕ່ວັນທີ 02/05 ມາຮອດປະຈຸບັນ, ຈີນ ບໍ່ຫົວຊາຕໍ່ຫຼັກສິນທຳ, ກົດໝາຍ, ການພົວພັນມິດຕະພາບລະຫວ່າງຫວຽດນາມ - ຈີນ, ໄດ້ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງ ຫວຽດນາມ. ໃນສະພາບການນັ້ນ, ໜ້າທີ່ທີ່ໄດ້ວາງອອກແມ່ນທັງມານະພະຍາຍາມຢ່າງສູງສຸດ, ດ້ວຍມາດຕະການເໝາະສົມກັບກົດໝາຍສາກົນເພື່ອສືບຕໍ່ຢືດໝັ້ນ, ເດັດດ່ຽວຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລຂອງປະເທດຊາດ, ທັງຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍເພື່ອສ້າງສາ ແລະ ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດດ້ວຍທຸກໆມາດຕະການເໝາະສົມ. ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ດ້ວຍທຸກໆມາດຕະການ, ແກ້ໄຂ, ຈະຕັດສິນໃຈ, ສູ້ຊົນປະຕິບັດບັນດາຄາດໝາຍ, ໜ້າທີ່ຕົ້ນຕໍທີ່ໄດ້ວາງອອກແຕ່ຕົ້ນປີ 2014 ຢ່າງມີໄຊ ບົນຈິດໃຈບໍ່ດັດແກ້ບັນດາຄາດໝາຍ, ຈຸດໝາຍພັດທະນາເສດຖະກິດສັງຄົມທີ່ໄດ້ວາງອອກໃຫ້ປີ 2014. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາສະມາຊິກລັດຖະບານ, ການນຳບັນດາທ້ອງຖິ່ນຈົ່ງຍົກສູງນ້ຳໃຈຮັບຜິດຊອບ, ປະກອບຄຳເຫັນຢ່າງແທດຈິງ, ລະອຽດ ເພື່ອປະກາດໃຊ້ມະຕິຂອງລັດຖະບານ ດ້ວຍບັນດາການກຳນົດທິດ, ຊີ້ນຳຢ່າງເໝາະສົມ, ໃກ້ຊິດຕິດແທດກັບສະພາບຕົວຈິງ.