ບົດບາດຂອງທ້ອງຖິ່ນສຳລັບການເຊື່ອມໂຍງເຂົ້າກັບສາກົນ

ບົດບາດຂອງທ້ອງຖິ່ນສຳລັບການເຊື່ອມໂຍງເຂົ້າກັບສາກົນ - ảnh 1
ພາບປະກອບ:internet


(vovworld)- ວັນ​ທີ 19/6, ຢູ່ ນະຄອນ ບວນມາ​ທວດ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ສົມທົບ​ກັບ​ແຂວງ ດັກ​ລັກ ​ຈັດ​ຕັ້ງ​ກອງ​ປະຊຸມ​ຜູ້​ລາຍ​ງານ ດ້ວຍ​ຫົວ​ຂໍ້​ວ່າ: “​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ-​ບົດບາດ​ຂອງ​ທ້ອງ​ຖິ່ນ”. ​ເຂົ້າ​ຮ່ວມກອງ​ປະຊຸມ ມີ​ຜູ້​ແທນ​ກວ່າ 200 ຄົນ​ມາ​ຈາກ 5 ​ແຂວງ​ຢູ່​ເຂດ​ໄຕ​ງວຽນ ​ແລະ 5 ​ແຂວງ​ໃກ້​ຄຽງ. ກ່າວ​ຄຳ​ເຫັນ​ທ່ີ​ພິທີ​ໄຂ, ທ່ານ Y Dhăm Ênuôl, ຮອງ​ປະທານ​ປະຈຳ ຄະນະ​ກຳມະການ​ປະຊາຊົນ​ແຂວງ ດັກ​ລັກ ຖື​ວ່າ: ກອງ​ປະຊຸມ​ແມ່ນ​ໂອກາດ​ຊ່ວຍ​​ໃຫ້ບັນດາ​ຜູ້​ແທນ ຮັບ​ຮູ້​ໄດ້​ບັນດາ​ບັນຫາ​ທີ່​ວາງ​ອອກ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ, ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ ​ເມື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ບົດບາດ​ຂອງ​ທ້ອງ​ຖິ່ນ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

“ບັນດາ​ເນື້ອ​ໃນ​ທີ່​ໄດ້​ຍົກ​ອອກ​ທີ່​ກອງ​ປະຊຸມ​ນີ້ ຈະ​ຊ່ວຍ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ຖັນ​ແຖວ​ລັດຖະກອນ ​ແລະ ວິ​ສາ​ຫະກິດ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການວາງ​ແຜນ​ກຳນົດ ​ແລະ ປະຕິບັດ​ນະ​ໂຍບາຍ, ​ເພື່ອ​ຜັນ​ຂະຫຍາຍ​ ມະຕິ​ເລກທີ 22 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ເຊ່ືອ​ມ​ໂຍງ​ເຂົ້າ​ກັບ​ສາກົນ. ພ້ອມ​ກັນ​ນັ້ນ, ນີ້​ກໍ​ແມ່ນ​ໂອກາດ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ບັນດາ​ແຂວງ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ.”

ຂ່າວ/ບົດ​ອື່ນ