ບົດບາດທີ່ຕັ້ງຂອງຫວຽດ ນາມຈະໄດ້ຮັບການ ຍົກສູງຂຶ້ນເມື່ອເຂົ້າຮ່ວມ TPP
ຜູ້ຕາງໜ້າ 12 ປະເທດເຂົ້າຮ່ວມການເຈລະຈາ TPP ຢູ່ສິງກະໂປໃນວັນທີ 7/12
(ພາບ: AFP)
(vovworld)- ບົດບາດທີ່ຕັ້ງຂອງຫວຽດນາມ ຈະໄດ້ຮັບການຍົກສູງຂຶ້ນເມື່ອເຂົ້າຮ່ວມ TPP. ທ່ານຫວູ້ຮຸຍຮ່ວາງ ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ຢືນຢັນຄຶດັ່ງກ່າວໃນລາຍການ ປຊຊ ຖາມລັດຖະມົນຕີຕອບຫວ່າງແລ້ວນີ້. ທ່ານລັດຖະມົນຕີຫວູ້ຮຸຍຮ່ວາງ ໃຫ້ຮູ້ວ່າ: ເລື່ອງຫວຽດນາມ ດຳເນີນການເຈລະຈາກັບ 12 ປະເທດເຂົ້າຮ່ວມສັນຍາຄູ່ຮ່ວມມືເຂດປາຊີຝິກ (TPP) ແມ່ນ 1 ໃນບັນດາການເຄື່ອນໄຫວສຳຄັນເພື່ອແນໃສ່ປະຕິບັດແຜນນະໂຍບາຍເຊື່ອມໂຍງເຂົ້າກັບໂລກຂອງ ຫວຽດນາມ. TPP ແມ່ນສັນຍາໄດ້ຮັບການມຸ່ງຫວັງຈະມີຄຸນນະພາບສູງ. ທ່ານລັດຖະມົນຕີຫວູ້ຮຸຍຮ່ວາງ ເນັ້ນໜັກວ່າ:
“ຖ້າຫາກວ່າຫວຽດນາມ ດຳເນີນການເຈລະຈາ ແລະ ເຊັນສັນຍາສະບັບນີ້ໄດ້, ໃນດ້ານເສດຖະກິດ, ຈະປະກອບສ່ວນຊຸກຍູ້ລະດັບເຕີບໂຕໃນການສົ່ງອອກ, ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ. ໃນດ້ານການເມືອງ, ເມື່ອເຂົ້າຮ່ວມ TPP ຈະປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ“.
ຮອບເຈລະຈາທີ່ມີລັກສະນະຕັດສິນລະຫວ່າງຫວຽດນາມ ແລະ 12 ປະເທດເຂົ້າຮ່ວມສັນຍາຄູ່ຮ່ວມມືເຂດປາຊີຝິກ (TPP) ອັດລົງໃນວັນທີ 10/12 ຢູ່ສິງກະໂປ. ຕາມບັນດາຜູ້ຊ່ຽວຊານແລ້ວ, ກອງປະຊຸມຄັ້ງນີ້ມີຄວາມສຳຄັນທີ່ສຸດ ຍ້ອນວ່າ, ນີ້ແມ່ນໂອກາດສຸດທ້າຍເພື່ອໃຫ້ລັດຖະມົນຕີປະເທດຕ່າງໆເຂົ້າຮ່ວມ TPP ພິຈາລະ ນາ ແລະ ຍົກອອກຄຳຕັດສິນຈະສິ້ນສຸດການເຈລະຈາຫຼືບໍ່ ເພື່ອປະຕິບັດຈຸດໝາຍຊື່ງບັນດາການນຳໃນພາກພື້ນວາງອອກສຳເລັດ, ນັ້ນແມ່ນເຊັນສັນຍາໃນທ້າຍປີ 2013./.