ບົດລາຍການຂອງ ADB: ດຶງດູດເງິນລົງທຶນ ພາກເອກະຊົນເຂົ້າ ໃນການພັດທະນາ ພື້ນຖານໂຄງລ່າງ
(ພາບປະກອບ: http://dddn.com.vn)
(vovworld)- ສ້າງຄວາມສະເໝີພາບໃຫ້ບັນດາໂຄງການລົງທຶນຕາມຮູບການຄູ່ຮ່ວມມືລັດ-ເອກະຊົນ (PPP) ແມ່ນປັດໄຈຕົ້ນຕໍ່ພາໄປເຖິງການຍົກສູງລັກສະນະຮອບດ້ານ ແລະ ຄຸນນະພາບການສະໜອງການບໍລິການຂອງລັດ. ຜູ້ອຳນວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB) ໄດ້ເນັ້ນໜັກຄືດັ່ງກ່າວທີ່ພິທີປະກາດບົດລາຍງານແງ່ຫັວງແຫ່ງການພັດທະນາອາຊີ 2014 ຈັດຂຶ້ນໃນວັນທີ 1/4 ຢູ່ຮ່າໂນ້ຍ.
ຕາມບົດລາຍງານ, ຄາດວ່າລະດັບເຕີບໂຕຈີດີພີຂອງຫວຽດນາມ ຈະເພີ່ມຂຶ້ນ 5,6% ໃນປີ 2014 ເມື່ອທຽບກັບປີ 2013. ລະບົບທະນາຄານການຄ້າພາຍໃນປະເທດບັນລຸໄດ້ຄວາມກ້າວໜ້າຈຳນວນໜຶ່ງ. ເມື່ອເຕື້ອງເຖິງບັນຫາວິທີການລົງທຶນຮ່ວມມືລັດ-ເອກະຊົນ, ທ່ານ Tomoyuki Kimura ຜູ້ອຳນວຍການແຫ່ງຊາດ ADB ປະຈຳຫວຽດນາມ ໃຫ້ຮູ້ວ່າ: ບົດລາຍງານຂອງ ADB ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນການສ້າງຂອບເຂດກົດໝາຍເອກະພາບເພື່ອໃຫ້ບັນດານັກລົງທຶນເຂົ້າຮ່ວມບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງ, ສ້າງເງື່ອນໄຂອຳນວຍຄວາມສະດວກກ່ວາອີກເພື່ອໃຫ້ບັນດາການພົວພັນແລກປ່ຽນ PPP ດຳເນີນໄປ:
“ການດຶງດູດພາກເອກະຊົນລົງທຶນຜ່ານວິທີ PPP ຈະປະກອບສ່ວນລະດົມທຶນໃຫ້ບັນດາໂຄງການ, ພ້ອມທັງຊ່ວຍຫວຽດນາມ ສຳພັດກັບບັນດາຄວາມຮູ້ດ້ານວິຊາສະເພາະ ແລະ ເຕັກໂນໂລຊີຂອງໂລກ, ຍົກສູງປະສິດທິຜົນ ແລະ ປັບປຸງຄຸນນະພາບການບໍລິການຂອງລັດ. ຂອບເຂດກົດໝາຍໝັ້ນຄົງໃຫ້ແກ່ PPP ອາດສາມາດຍົກສູງລັກສະນະຮອບດ້ານ ແລະ ຄຸນນະພາບການສະໜອງການບໍລິການຂອງລັດ“./.