ທ່ານ ຫວູວັນນີງ
(ພາບ: VGP/Thành Chung)
|
(vovworld) – ບັນດາກະຊວງ, ຂະແໜງການປະຕິບັດການສຳຫຼວດບັນດາຄອບຄົວທຸກຍາກຕາມມາດຕະຖານໃໝ່ໂດຍໄວ - ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານ ຫວູວັນນີງ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳສູນກາງ ກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງໃນກອງປະຊຸມຂອງຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ຈັດຂຶ້ນໃນຕອນເຊົ້າວັນທີ 10/3, ຢູ່ສຳນັກງານລັດຖະບານ. ທ່ານຮອງນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງຈົ່ງຈັດສັນຢ່າງເໝາະສົມສຳລັບບັນດາບໍລິເວນຕ້ອງສຸມໃສ່ລົງທຶນເພື່ອຫລຸດຜ່ອນຄວາມທຸກຍາກ, ພ້ອມທັງກຳນົດມາດຖານຂອງແຕ່ລະມາດຕະຖານຫລຸດຜ່ອນຄວາມທຸກຍາກແບບຍືນຍົງເພື່ອໃຫ້ທ້ອງຖິ່ນອີງໃສ່ປະຕິບັດ.
ຈຸດໝາຍຂອງໂຄງການຫລຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2016 – 2020 ແມ່ນສະກັດກັ້ນສະພາບປະສົບກັບຄວາມທຸກຍາກຄືນໃໝ່, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດຈຸດໝາຍເຕີບໂຕດ້ານເສດຖະກິດ, ຮັບປະກັນຊີວິດສັງຄົມ, ປັບປຸງຊີວິດການເປັນຢູ່, ເພີ່ມລາຍຮັບຂອງປະຊາຊົນ, ພິເສດແມ່ນບັນດາບໍລິເວນທຸກຍາກ, ສ້າງເງື່ອນໄຂໃຫ້ແກ່ຄົນທຸກຍາກ, ຄອບຄົວທຸກຍາກຢູ່ບັນດາບໍລິເວນທຸກຍາກໄດ້ສຳພັດດີທີ່ສຸດສຳລັບບັນດາການບໍລິການສັງຄົມໂດຍພື້ນຖານ, ປະກອບສ່ວນຫລຸດຜ່ອນຈຳນວນຄອບຄົວທຸກຍາກສະເລ່ຍຂອງທົ່ວປະເທດແຕ່ 1 – 1,5%/ປີ, ໃນນັ້ນຈຳນວນຄອບຄົວທຸກຍາກຢູ່ບັນດາເມືອງ, ຕາແສງທຸກຍາກຫລຸດລົງສະເລ່ຍກ່ວາ 4%/ປີ. ຄາດວ່າ, ຍອດຈຳນວນເງິນປະຕິບັດໂຄງການໃນໄລຍະ 5 ປີຈະມາເຖິງແມ່ນກ່ວາ 48.000 ຕື້ດົ່ງ.