ບັນດາການນຳລັດຖະບານ,ສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ຮ່າໂນ້ຍ
(ບັນດາການນຳລັດຖະບານ,ສະພາແຫ່ງຊາດ
ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ຮ່າໂນ້ຍ)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງແນວໂຮມເອກະພາບຫວຽດນາມ (18/11/1930 – 18/11/2015), ວັນທີ 16/11, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານຮອງປະທານສະພາແຫ່ງຊາດ ອວງຈຸລິວ ໄດ້ເຊົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ກັບປະຊາຊົນຕາແສງ ດ້ຽນບຽນ, ເມືອງບາດິ່ງ, ນະຄອນຫຼວງຮ່າໂນ້ຍ. ພາຍຫຼັງ 20 ປີແຫ່ງການປະຕິບັດຂະບວນການ “ທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທຳຢູ່ເຂດຊຸມຊົນ”, ຊີວິດທາງດ້ານວັດຖຸ ແລະ ຈິດໃຂຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດ, ຄວາມສະຫງົບປອດໄພຄວາມເປັນລະບຽບຮຽບຮ້ອຍໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ, ພໍ່ແມ່ປະຊາຊົນຢູ່ເຂດສຸມຊົນມີຄວາມຕິດພັນ, ສາມັກຄີນຳກັນ, ອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ເມື່ອໂອ້ລົມກັບພໍ່ແມ່ປະຊາຊົນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ເຖິງວ່າທີຊື່ເອີ້ນແຕກຕ່າງກັນກໍຕາມ, ແຕ່ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຍາມໃດແນວໂຮມ ກໍມີບົດບາດສຳຄັນ, ສາມັກຄີປະຊາຊົນນຳກັນເພື່ອປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ ແລະ ນະໂຍບາຍກົດໝາຍຂອງລັດ.