(ພາບປະກອບ)
(vovworld) - ໃນບົດປາໄສໃນໂອກາດບຸນປີໃໝ່ 2016, ວັນທີ 1/1, ທ່ານນາງນາຍົກລັດຖະມົນຕີ ເຢັຍລະມັນ Angela Merkel ຮຽກຮ້ອງຊາວ ເຢັຍລະມັນພ້ອມກັນສາມັກຄີຕ້ານສະພາບພະຍາບາດຕໍ່ຊາວຕ່າງປະເທດ. ທ່ານນາງ Angela ປາຖະໜາວ່າຊາວ ເຢັຍລະມັນຈະຖືການມີໜ້າຂອງຊາວອົບພະຍົບຢູ່ປະເທດນີ້ແມ່ນ “ກາລະໂອກາດໃຫ້ພາຍພາກໜ້າ“ ແລະ ຢືນຢັນວ່າ ເຢັຍລະມັນຈະສາມາດແກ້ໄຂວິກິດການໃນປະຈຸບັນໄດ້.
ໃນສານປີໃໝ່ຂອງຕົນ. ທ່ານນາຍົກລັດຖະມົນຕີ ອັງກິດ David Cameron ໃຫ້ຄຳໝັ້ນສັນຍາຈະແກ້ໄຂບັນດາບັນຫາສັບສົນໃນການພົວພັນລະຫວ່າງ ອັງກິດ ກັບສະຫະພາບເອີລົບ ດ້ວຍການລົງປະຊາມະຕິກ່ຽວກັບການພົວພັນລະຫວ່າງ ອັງກິດ ກັບສະຫະພາບເອີລົບ, ເຊິ່ງອາດຈະຈັດຕັ້ງໃນປີ 2016.
ໃນບົດກ່າວປາໄສຂອງຕົນໃນຕົ້ນປີ 2016, ປະທານາທິບໍດີ ອາເມລິກາ Barack Obama ໃຫ້ຮູ້ວ່າ, ລັດຖະບານປະເທດນີ້ ຈະປະກາດໃຊ້ບັນດາຂໍ້ກຳນົດໃໝ່ກ່ຽວກັບການຄວບຄຸມປືນ, ລູກປືນໃນສັບປະດາໜ້ານີ້. ນີ້ແມ່ນການກະທຳສະແດງໃຫ້ເຫັນຄວາມຕັດສິນໃຈຂອງລັດຖະບານອາເມລິກາ ເພື່ອຮັບມືກັບສະພາບໃຊ້ຄວາມຮຸນແຮງດ້ວຍກຳລັງອາວຸດໃນປະເທດນີ້.
ສ່ວນສານປີໃໝ່ຂອງນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ກໍ່ຢືນຢັນວ່າ, ປີ 2016 ຈະແມ່ນປີທີ່ ຍີ່ປຸ່ນ “ສ່ອງແສງສະຫວ່າງໃນເວທີສາກົນ ແລະ ສະແດງບົດບາດເປັນຜູ້ນຳຂອງຕົນ“. ທ່ານ Abe ກໍ່ສະແດງຄວາມຕັດສິນໃຈຂອງປະເທດນີ້ວ່າ, ຈະປະຕິບັດບົດບາດເປັນຜູ້ນຳໃນປີ 2016 “ທີ່ເຕັມໄປດ້ວຍການທ້າທາຍ“, ໃນຖະນະເປັນປະທານກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (ຈີ7) ໃນເດືອນ 5, ກອງປະຊຸມສຸດຍອດສາມຝ່າຍກັບຈີນ ແລະ ສເກົາຫຼີ, ແລະ ເປັນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.
ໃນສານອວຍພອນປີໃໝ່, ປະທານາທິບໍດີ ນີເຊຣີ Muhammadu Buhari ກໍ່ຮັບປະກັນຕໍ່ປະຊາຊົນປະເທດຕົນວ່າ, ລັດຖະບານປະເທດນີ້ຕັດສິນໃຈຈະນຳມາເຊິ່ງສິ່ງຈົບງາມທີ່ສຸດໃຫ້ປະຊາຊົນໃນໄລຍະໄວທີ່ສຸດ. ຕາມທ່ານແລ້ວ, ການປະຕິບັດບັນດາຂໍ້ສະເໜີແຜນງົບປະມານປີ 2016 ຢ່າງມີປະສິດທິຜົນ ຈະປະກອບສ່ວນແກ້ໄຂຫຼາຍບັນຫາເສດຖະກິດ - ສັງຄົມ ເຊິ່ງຊາວ ນີເຊຣີ ພວມສົນໃຈໄດ້.