ບັນດາການເຄື່ອນໄຫວຕອບສະໜອງຂະບວນການຮັກຊາດຢູ່ບັນດາຂະແໜງການຂັ້ນຕ່າງໆ

(VOVWORLD) -“ອາຍຸສູງ - ແວ່ນແຍງໃສແຈ້ງ”, “ຍັງມີສຸຂະພາບແຂງແຮງ, ຍັງເຂົ້າຮ່ວມອອກແຮງງານທຳການຜະລິດ”

ບັນດາການເຄື່ອນໄຫວຕອບສະໜອງຂະບວນການຮັກຊາດຢູ່ບັນດາຂະແໜງການຂັ້ນຕ່າງໆ - ảnh 1ພິທີຍ້ອງຍໍຊົມເຊີຍຜູ້ອາຍຸສູງດຳເນີນທຸລະກິດເກັ່ງ ຄັ້ງທີ 3, ໄລຍະ 2012 – 2017

(ພາບ:thuathienhue.gov.vn)

ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີ ແຫ່ງວັນປະທານໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11/6/1948 – 11/6/2018), ຕອນຄ່ຳວັນທີ 5 ມິຖຸນາ, ຄະນະຊາວໜຸ່ມແຂວງກວາງນາມ, ຫວຽດນາມ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍຊາວໜຸ່ມຜູ້ກ້າວໜ້າ, ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ ປີ 2018. ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມແຂວງກວາງນາມ ກໍໄດ້ມອບໃບຍ້ອງຍໍໃຫ້ໜ່ວຍຊາວໜຸ່ມ 5 ໜ່ວຍ ທີ່ມີຜົນງານດີເດັ່ນໃນການປະຕິບັດຄຳສັ່ງກ່ຽວກັບການສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ.

        ຕຳຫຼວດແຂວງຮ່ານາມ ກໍໄດ້ຈັດຕັ້ງກອງປະຊຸມສະຫຼຸບ 02 ປີ ແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງສູນກາງພັກກ່ຽວກັບ “ການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ”; ສະຫຼຸບ 5 ປີ ແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກະຊວງຕຳຫຼວດກ່ຽວກັບການ “ສືບຕໍ່ຍູ້ແຮງຂະບວນການ ຕຳຫຼວດປະຊາຊົນຮ່ຳຮຽນ, ປະຕິບັດຄຳສັ່ງສອນ 06 ຂໍ້ ຂອງປະທານໂຮ່ຈີມິນ ໄລຍະ 2013 – 2018”, ບັ້ນແຂ່ງຂັນພິເສດ ແລະ ຍ້ອງຍໍຊົມເຊີຍແບບຢ່າງດີເດັ່ນໃນຂະບວນການຕຳຫຼວດປະຊາຊົນຮ່ຳຮຽນ, ປະຕິບັດ ຄຳສອນ6 ຂໍ້ ຂອງປະທານໂຮ່ຈີມິນ (2013 – 2018).

        ແລະກໍໃນວັນດຽວກັນ, ແຂວງເທື່ອທຽນເຫວ້ຂອງຫວຽດນາມ ກໍໄດ້ຈັດຕັ້ງພິທີສະຫຼຸບ ແລະ ຍ້ອງຍໍຊົມເຊີຍຜູ້ອາຍຸສູງດຳເນີນທຸລະກິດເກັ່ງ ຄັ້ງທີ 3, ໄລຍະ 2012 – 2017. ຜ່ານ 05 ປີ ແຫ່ງການປະຕິບັດຂະບວນການດ້ວຍຫຼາຍຮູບການແຂ່ງຂັນ “ອາຍຸສູງ - ແວ່ນແຍງໃສແຈ້ງ”, “ຍັງມີສຸຂະພາບແຂງແຮງ, ຍັງເຂົ້າຮ່ວມອອກແຮງງານທຳການຜະລິດ” ເຊິ່ງໃນທົ່ວແຂວງມີ 950 ຄົນໄດ້ຮັບນາມມະຍົດຜູ້ອາຍຸສູງດຳເນີນທຸລະກິດເກັ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ