ການເຄື່ອນໄຫວຕອບສະໜອງວັນຄົນພິການສາກົນ3/12
(ພາບ: KimChi)
(vovworld) – ວັນທີ 03/12, ກະຊວງການສຶກສາ ແລະ ບຳລຸງສ້າງ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ເກີ່ນເທີ ໄຂການແຂ່ງຂັນກິລານັກຮຽນພິການທົ່ວປະເທດຄັ້ງທີ 6 ປີ 2015 ດ້ວຍການເຂົ້າຮ່ວມຂອງນັກກິລາກ່ວາ 600 ຄົນ ທີ່ມາຈາກ 19 ແຂວງ, ນະຄອນໃນທົ່ວປະເທດ. ຈຸດປະສົງຂອງການແຂ່ງຂັນ ແມ່ນເພື່ອແນໃສ່ປຸກລະດົມກຳລັງໃຈສະຕິຍົກສູງນຳ້ໃຈຮັກສາສຸຂະພາບ, ຊ່ວຍພວກນ້ອງພິການມີຄວາມປະເອີບໃຈຮັກຊີວິດຕື່ມອີກ, ເຊື່ອມຕົວເຂົ້າກັບຊີວິດຕົວຈິງ, ເສີມຂະຫຍາຍຈິດໃຈ “ເປັນຄົນພິການແຕ່ຍັງມີປະໂຫຍດ”. ນອກນັ້ນ, ຈາກບັນດາການເຄື່ອນໄຫວກິລານີ້, ຈະແມ່ນເງື່ອນໄຂ ເພື່ອໃຫ້ພວກນ້ອງສະແດງຄວາມສາມາດ, ຜ່ານນັ້ນເລືອກເຟັ້ນຄົນທີ່ມີຄວາມເກັ່ງກ້າສາມາດ, ເພື່ອຝຶກອົບຮົມຢ່າງທັນການ, ແລະ ບຳລຸງສ້າງພວກນ້ອງໃຫ້ກາຍເປັນ “ເພັດອັນລຳ້ຄ່າ ” ອຸທິດໃຫ້ກິລາອາຊີບຂອງປະເທດຊາດ. ການແຂ່ງຂັນກິລານັກຮຽນພິການທົ່ວປະເທດຄັ້ງທີ 6 ປີ 2015 ຈະດຳເນີນໃນລະຫວ່າງວັນທີ 3 – 8/12 ດ້ວຍ 6 ປະເພດຄື: ແລ່ນ ແລະລານ, ບານເຕະ, ປິງປອງ, ໝາກຮຸກ, ດຶງເຊືອກ, ຕີດອກປີກໄກ.
ກ່ອນນັ້ນ ໃນຕອນຄ່ຳວັນທີ 2/12 ມີຄົນພິການກ່ວາ 1000 ຄົນ, ບັນດານັກສຶກສາ ອາສາສະໝັກໄດ້ພ້ອມກັນເຂົ້າຮ່ວມລາຍການ “ໂລກໜ່ວຍໜຶ່ງເພື່ອໃຫ້ທຸກຄົນ - ແບ່ງປັນຄວາມໄຝ່ຝັນ” ໂດຍສູນຄົນພິການ ແລະ ພັດທະນາຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ.
ແລະກໍ່ໃນວັນດຽວກັນຢູ່ ດັກລັກ ໜ່ວຍປະຕິບັດງານສັງຄົມແຂວງສົມທົບກັບສະໂມສອນຊາວໜຸ່ມພິການແຂວງຈັດຕັ້ງລາຍການພົບປະແລກປ່ຽນ “ສ້າງຄວາມເຊື່ອໝັ້ນ” ດ້ວຍການເຂົ້າຮ່ວມຂອງສະມາຊິກບັນດາສະໂມສອນຄົນພິການ ໃນບໍລິເວນແຂວງເປັນຈຳນວນຫລວງຫລາຍ. ເນື່ອງໃນໂອກາດນີ້ ບັນດາຫົວໜ່ວຍອຸປະຖຳໄດ້ມອບຂອງຂວັນກ່ວາ 20 ພູດ ໃຫ້ແກ່ພວກນ້ອງຊາວໜຸ່ມ, ເຍົາວະຊົນທີ່ປະສົບກັບຄວາມຫຍຸ້ງຍາກ.
ແລະກໍ່ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຄົນພິການສາກົນ 3/12 ທີ່ຈະມາເຖິງນີ້, ຢູ່ຮ່າໂນ້ຍ ສະມາຄົມຊາວໜຸ່ມຄົນພິການ ຮ່າໂນ້ຍ ໄດ້ຈັດຕັ້ງ ງານ ລາຕີເຊີດຊູຄວາມງາມກາຊີກວົງເດືອນ 2015, ລາຍການຍັງແນໃສ່ສົ່ງເສີມຄົນພິການ, ພິເສດແມ່ນແມ່ຍິງ, ລົບລ້າງຄວາມປົມດ້ອຍ, ເຊື່ອໝັ້ນຕົນເອງເພື່ອສະແດງຄວາມສາມາດ ແລະ ທັດສະນະຂອງຕົນ.