ບັນດາການເຄື່ອນໄຫວທີ່ຟົກຟື້ນເພື່ອຂ່ຳນັບຮັບຕ້ອນວັນບຸນປື້ມຫວຽດນາມຄັ້ງທີ3
ວັນບຸນປື້ມ ຫວຽດນາມ ຄັ້ງທີ 3
(ພາບ: TTXVN)
(vovworld) - ວັນທີ 20/04, ຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດ ໄດ້ດຳເນີນບັນດາການເຄື່ອນໄຫວຢ່າງຟົດຟື້ນ ເພື່ອຂ່ຳນັບຮັບຕ້ອນວັນບຸນປື້ມ ຫວຽດນາມ (21/04). ຢູ່ຮ່າໂນ້ຍ, ຈຸດພົ້ນເດັ່ນຂອງວັນບຸນປື້ມ ຫວຽດນາມ ຄັ້ງທີ 3 ແມ່ນງານບຸນປື້ມຂ່ຳນັບຮັບຕ້ອນວັນບຸນປື້ມ ຫວຽດນາມ ຖືກດຳເນີນໃນລະຫວ່າງວັນທີ 20 – 24/04. ເຂົ້າຮ່ວມງານບຸນປື້ມ ມີເກືອບ 90 ຫົວໜ່ວຍພິມຈຳໜ່າຍໃນທົ່ວປະເທດໄດ້ວາງສະແດງ, ແນະນຳປື້ມ ດ້ວຍຫົວຂໍ້ “ປື້ມກັບຊີວິດ”, ໂອ້ລົມສົນທະນາກ່ຽວກັບອະທິປະໄຕທະເລໝູ່ເກາະ ໂດຍຜ່ານບັນດາປື້ມວັນນະຄະດີທີ່ຫາກໍ່ໄດ້ພິມຈຳໜ່າຍ…ທ່ານ ຈູວັນຮ່ວາ ຫົວໜ້າກົມພິມຈຳໜ່າຍ, ການພິມ ແລະ ການຈຳໜ່າຍຖືວ່າ: ຜ່ານການຈັດຕັ້ງເປັນ 3 ຄັ້ງ, ວັນບຸນປື້ມ ຫວຽດນາມ ໄດ້ກາຍເປັນວັນບຸນຂອງປະຊາຄົມຢ່າງແທ້ຈິງ.
“ນີ້ແມ່ນວັນວັດທະນະທຳຂອງປະເທດຊາດ ໄດ້ເລີ່ມຕົ້ນຈາກວຽກງານມີຄວາມໝາຍ, ມີມູນເຊື້ອມາແຕ່ດົນນານທີ່ສຸດ ນັ້ນແມ່ນເສີມຂະຫຍາຍມູນເຊື້ອມັກການຮຳ່ຮຽນຂອງຊາດ ຫວຽດນາມ, ເສີມຂະຫຍາຍມູນເຊື້ອມັກການຮ່ຳຮຽນ, ຕັດສິນໃຈບືນຕົວຂຶ້ນ ເພື່ອສ້າງສາປະເທດຊາດມີພູມປັນຍາ ແລະ ສີສັນວັດທະນະທຳ.”
ບໍ່ພຽງແຕ່ຢູ່ບັນດາຕົວເມືອງໃຫຍ່ຄື ຮ່າໂນ້ຍ, ດ່າໜັງ, ນະຄອນ ໂຮ່ຈີມິນ ເທົ່ານັ້ນ ວັນບຸນປື້ມ ຫວຽດນາມ ຍັງໄດ້ຮັບການຈັດຕັ້ງຢູ່ບັນດາແຂວງ ຮ່າຢາງ, ອຽນບ໋າຍ, ລ້າງເຊີນ, ກອນຕູມ ອີກດ້ວຍ.