ບັນດາການເຄື່ອນໄຫວຟົດຟື້ນໃນຂອບເຂດງານມະໂຫລານຊາວໜຸ່ມຫວຽດນາມ-ຈີນຄັ້ງທີ3
ເວທີປາໄສຊາວໜຸ່ມປົກປັກຮັກສາ
ສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ
(vovworld) – ໃນຂອບເຂດການເຄື່ອນໄຫວຂອງງານມະໂຫລານຊາວໜຸ່ມ ຫວຽດນາມ - ຈີນ ຄັ້ງທີ 3 ປີ 2016, ຕອນບ່າຍວັນທີ 08/11, ຢູ່ແຂວງ ລ້າງເຊີນ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ສົມທົບກັນສູນກາງຄະນະຊາວໜຸ່ມກອມມູນິດ ຈີນ ຈັດຕັ້ງເວທີປາໄສຊາວໜຸ່ມປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ. ເວທີປາໄສດຶງດູດການເຂົ້າຮ່ວມຂອງຊາວໜຸ່ມດີເດັ່ນ 2 ປະເທດ ຫວຽດນາມ - ຈີນ ກ່ວາ 400 ຄົນ. ທາບທາມຄວາມເຫັນທີ່ເວທີປາໄສ, ອ້າຍ ນົງງ້ອກໂຮ່ຍ ເລຂາຄະນະຊາວໜຸ່ມວິທະຍາໄລສ້າງຄູ ລ້າງເຊີນ ໃຫ້ຮູ້ວ່າ:
“ໃນໄລຍະຈະມາເຖິງ ເພື່ອເຮັດໃຫ້ການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມບັນລຸປະສິດທິຜົນ, ພວກຂ້າພະເຈົ້າຈະໂຄສະນາ, ຍົກສູງຄວາມຮັບຮູ້ໃຫ້ພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ ກາຍເປັນບັ້ນຮົບໂຄສະນາ ເນື່ອງໃນໂອກາດວັນສິ່ງແວດລ້ອມ. ເປັນເຈົ້າການເຂົ້າຮ່ວມບັນດາການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະຈັນບານໃນການປ້ອງກັນຕ້ານ, ແກ້ໄຂໄພທຳມະຊາດ. ສືບຕໍ່ຮັກສາຍົກສູງການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ.”
ທີ່ເວທີປາໄສ ອ້າຍ ຫລຽວຈາວ ຜູ້ແທນຊາວໜຸ່ມ ຈີນ ໃຫ້ຮູ້ວ່າ:
“ຫວຽດນາມ, ຈີນ ຮ່ວມແມ່ນ້ຳສາຍໜຶ່ງ ນີ້ແມ່ນປັດໃຈສະດວກເພື່ອຂຸດຄົ້ນບັນດາການເຄື່ອນໄຫວລວມ, ລວມມີບັນດາການເຄື່ອນໄຫວກ່ຽວກັບສິ່ງແວດລ້ອມ. ນີ້ແມ່ນບັນດາການກະທຳທີ່ມີຄວາມໝາຍຢ່າງແທດຈິງໃຫ້ແກ່ຊາວໜຸ່ມ 2 ປະເທດ.”