ບັນດາການເຄື່ອນໄຫວວັດທະນະທຳ, ງານບຸນຍາມຕົ້ນປີໃໝ່ ປີວອກ
ບຸນຊ່ວງເຮືອປະເພນີ ຊຶ່ງໄດ້ດຶງດູດຊາວທ້ອງຖິ່ນ ແລະ ແຂກທ່ອງທ່ຽວມາຊົມນັບພັນຄົນ |
(vovworld)- ຕອນເຊົ້າວັນທີ 11/2, ຕາແສງ ຕິ້ງກີ, ນະຄອນ ກວາງງ້າຍ, ໄດ້ຈັດບຸນຊ່ວງເຮືອປະເພນີ ຊຶ່ງໄດ້ດຶງດູດຊາວທ້ອງຖິ່ນ ແລະ ແຂກທ່ອງທ່ຽວມາຊົມນັບພັນຄົນ. ສຳລັບບຸນຊ່ວງເຮືອປະເພນີນີ້ ຖືກຈັດຂຶ້ນ 2 ປີຕໍ່ຄັ້ງ. ທ່ານຫງວຽນຊີ້ ຮອງປະທານຄະນະກຳມະການປະຊາຊົນຕາແສງ ຕິ້ງກີ, ນະຄອນ ກວາງງ້າຍ ຫົວໜ້າຄະນະຈັດຕັ້ງບຸນຊ່ວງເຮືອປະເພນີໃຫ້ຮູ້ວ່າ :
“ບຸນຊ່ວງເຮືອປະເພນີຢູ່ຕາແສງຕິ້ງກີ ແມ່ນການເຄື່ອນໄຫວທີ່ມີມາແຕ່ດົນນານ ຊຶ່ງຕິດພັນກັບວັດທະນະທຳບູຊາກອງກຳລັງຮ່ວາງຊາ. ພາວະນາໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກໃຫ້ແກ່ການລ້ຽງ, ປູກສິນໃນນ້ຳ ແລະ ຫາປາ. ພສວະນາໃຫ້ທຸກໆຄົນໃນປີໃໝ່ຍາດໄດ້ບັນດາໄຊຊະນະໃໝ່ ”
ຕອນເຊົ້າຂອງວັນດຽວກັນ, ຢູ່ຕາແສງ ຢີເຍິດ, ເມືອງວູ້ທື, ແຂວງທ້າຍບີງ, ງານບຸນວັດແກວໄດ້ຖືກໄຂຂຶ້ນຢ່າງເປັນທາງການ