ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດ02/09ໃນທົ່ວປະເທດ
(ພາບປະກອບ)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງການປະຕິວັດເດືອນ 8 ແລະ ວັນຊາດ 02/09, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ບາກລຽວ ຈັດຕັ້ງພິທີໄວ້ອາໄລ, ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ຫໍບູຊາປະທານ ໂຮ່ຈີມິນ ຢູ່ຕາແສງ ເຈົາເທີ໋ຍ ເມືອງ ຫວີງເລີ້ຍ. ເນື່ອງໃນໂອກາດນີ້ ບັນດາທ້ອງຖິ່ນໃນແຂວງໄດ້ຈັດຕັ້ງພິທີລົງມືກໍ່ສ້າງ, ເປີດສະຫຼອງກິກຈະກຳໂຄງການກໍ່ສ້າງພື້ນຖານຫລາຍແຫ່ງ, ສ້າງຜົນງານຂ່ຳນັບຮັບຕ້ອນວັນຊາດທີ 02/09.
ໃນລະຫວ່າງວັນທີ 01 – 10/09, ສະມາຄົມວັນນະຄະດີສິລະປະແຂວງ ກວາງຫງາຍ ຈັດຕັ້ງພິທີໄຂງານວາງສະແດງຮູບພາບ (ກວາງຫງາຍໃນປະຈຸບັນ), ວາງສະແດງຮູບແຕ້ມ 115 ແຜ່ນ ທີ່ສ່ອງແສງຊີວິດການເປັນຢູ່ທຸກດ້ານກ່ຽວກັບ ເສດຖະກິດ - ສັງຄົມ ໃນບໍລິເວນແຂວງ ກວາງຫງາຍ.
ທີ່ສູນສອນວິຊາຊີບ ແລະ ໜູນຊ່ວຍຊາວນາແຂວງ ນິງທ້ວນ ກໍ່ດຳເນີນການເສັງຊາວນາເກັ່ງກ້າສາມາດແຂວງ ນິງທ້ວນ ປີ 2016 ດ້ວຍຫົວຂໍ້ວ່າ: “ຊາວນາ ນິງທ້ວນ ຮ່ວມແຮງຮ່ວມໃຈສ້າງຊົນນະບົດໃໝ່”. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງສະມາຄົມຊາວນາແຂວງ ເພື່ອແນໃສ່ສ້າງຜົນງານສະເຫຼີມສະຫຼອງ 71 ປີແຫ່ງການປະຕິວັດເດືອນ 8 ແລະ ວັນຊາດ 02/09, ຂ່ຳນັບຮັບຕ້ອນ 86 ປີແຫ່ງວັນສ້າງຕັ້ງສະມາຄົມຊາວນາ ຫວຽດນາມ (14/10/1930 – 14/10/2016)