(ນະຄອນລ້າງເຊີນ / ພາບປະກອບ)
(vovworld) – ຕອນຄ່ຳວັນທີ 02/11, ຄະນະກຳມະການປະຊາຊົນແຂວງ ລ້າງເຊີນ ໄດ້ໄຂວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາຊົນເຜົ່າແຂວງ ລ້າງເຊີນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວວັດທະນະທຳຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 185 ປີແຫ່ງວັນສ້າງຕັ້ງແຂວງ ລ້າງເຊີນ (04/11/1831 – 04/11/2016). ດ້ວຍບັນດາລາຍການສິລະປະເປັນເອກະລັກ ແນະນຳກ່ຽວກັບປະເທດຊາກ, ປະຊາຊົນ ແລະ ສີສັນວັດທະນະທຳຂອງປະຊາຊົນບັນດາເຜົ່າໃນແຂວງ ລ້າງເຊີນ. ໃນພິທີໄຂ ມີການເຂົ້າຮ່ວມຂອງນັກສະແດງມະຫາຊົນ, ນັກສິລະປະການ, ນັກກິລາພາຍໃນແຂວງລວມ 400 ຄົນ.
ດ້ວຍຫົວຂໍ້ “ລ້າງເຊີນ - ເຕົ້າໂຮມ ແລະ ແຜ່ຂະຫຍາຍ”, ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າແຂວງ ລ້າງເຊີນ ຖືກດຳເນີນໃນລະຫວ່າງວັນທີ 02 – 04/11/2016 ຢູ່ສະໜາມຫລວງ ຮຸ່ງເວືອງ ນະຄອນ ລ້າງເຊີນ ຊຶ່ງມີການເຄື່ອນໄຫວຕ່າງໆ ຄື: ສະແດງຊຸດອາພອນປະຈຳເຜົ່າ, ງານຕັ້ງຄ້າຍວັດທະນະທຳ, ແນະນຳງານບຸນປະເພນີ, ວັດທະນະທຳທາງດ້ານອາຫານການກິນ; ການແຂ່ງຂັນຟ້ອນສິງໂຕ; ແລກປ່ຽນສະແດງສິລະປະ…