(VOVWORLD) - ໃນວັນທີ 2 ກັນຍາ, ນະຄອນ ຫາຍຟ່ອງ ໄດ້ຈັດລາຍການສະແດງສິລະປະພິເສດສະເຫຼີມສະຫຼອງ 78 ປີແຫ່ງວັນການປະຕິວັດເດືອນສິງຫາ, ວັນຊາດທີ 2 ກັນຍາ.
ການຍິງບັ້ງໄຟດອກຢູ່ນະຄອນ ໂຮ່ຈີມິນ ດຶງດູດ ປະຊາຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ
(ພາບ:Tỷ Huỳnh)
|
ຕອນຄ່ຳວັນທີ 2 ກັນຍາ, ຢູ່ຖະໜົນທາງຍ່າງ ຫງວຽນເຫວະ (ເມືອງ 1, ນະຄອນໂຮ່ຈີມິນ), ໄດ້ຈັດລາຍການສະແດງສິລະປະດ້ວຍຫົວຂໍ້ “ຫວຽດນາມ - ຄວາມເຊື່ອໝັ້ນທີ່ໃສແຈ້ງ”. ນີ້ແມ່ນເຫດການສະເຫຼີມສະຫຼອງ 78 ປີແຫ່ງວັນການປະຕິບັດເດືອນສິງຫາ (19/8/1945 – 19/8/2023) ແລະ 78 ປີແຫ່ງວັນ ໄຊງ່ອນ ລຸກຮື້ຂຶ້ນຍາດເອົາອຳນາດການປົກຄອງ (25/8/1945 – 25/8/2023).
ກໍ່ໃນຕອນຄ່ຳວັນດຽວກັນ, ນະຄອນ ໂຮ່ຈີມິນ ໄດ້ຈັດການຍິງບັ້ງໄຟດອກຢູ່ເຂດອຸໂມງແມ່ນ້ຳ ໄຊງ່ອນ (ນະຄອນ ຖູດຶກ) ແລະ ສວນວັດທະນະທຳ ເດີ່ມແຊນ (ເມືອງ 11).
ໃນວັນທີ 2 ກັນຍາ, ນະຄອນ ຫາຍຟ່ອງ ໄດ້ຈັດລາຍການສະແດງສິລະປະພິເສດສະເຫຼີມສະຫຼອງ 78 ປີແຫ່ງວັນການປະຕິວັດເດືອນສິງຫາ, ວັນຊາດທີ 2 ກັນຍາ. ທ່ານນາງ ໂດ໋ທິແຄງເຮືອງ, ຫົວໜ້າສູນວັດທະນະທຳ (ພະແນກວັດທະນະທຳ - ກິລາ ຫາຍຟ່ອງ), ໃຫ້ຮູ້ວ່າ:
“ລາຍການຢາກຝາກຝັງເຖິງປະຊາຊົນ, ແຂກທ່ອງທ່ຽວບັນດາໜ້າປະຫວັດສາດທີ່ອົງອາດກະຫານຂອງປະເທດຊາດ, ບັນດາຄວາມງາມຂອງປະເທດຊາດ ແລະ ປະຊາຊົນນະຄອນ ຫາຍຟ່ອງ, ສ້າງບັນຍາກາດຂອງວັນບຸນເອກະລາດທີ່ມ່ວນຊື່ນ. ດ້ວຍລາຍການສະແດງສິລະປະນີ້, ພວກຂ້າພະເຈົ້າບໍ່ພຽງແຕ່ຢາກນຳມາການການສະແດງດົນຕີທີ່ເປັນເອກະລັກສະເພາະໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວເທົ່ານັ້ນ ຫາກຍັງໄດ້ນຳມາສານໃຫ້ລຸ້ນໜຸ່ມກ່ຽວກັບຄວາມຮັກຕໍ່ປະເທດຊາດ ແລະ ຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອຂອງຊາດອີກດ້ວຍ”.