(ພາບ:tgvn.com.vn)
(vovworld)- ວັນທີ 7/8, ປະທານາທິບໍດີຊົ່ວຄາວອີຢີບ ທ່ານ Adly Mansour ໃຫ້ຮູ້ວ່າ: ທຸກໆຄວາມມານະພະຍາຍາມທາງການທູດຂອງປະຊາຄົມໂລກ ເພື່ອແນໃສ່ແກ້ໄຂການຈົນຕະແຈດ້ານການເມືອງຢູ່ປະເທດນີ້ ນັບແຕ່ເຫດລັດຖະປະຫານເມື່ອວັນທີ 3/7 ຜ່ານມາ ລ້ວນແຕ່ຖືກປະລາໄຊ. ທ່ານ Adly Mansour ກໍ່ສະແດງໃຫ້ເຫັນຄວາມຫວັງວ່າ ປຊຊ ອີຢີບ ຈະຜ່ານຜ່າບັນດາສິ່ງທ້າທາຍທີ່ພວມຕ້ອງປະເຊີນໜ້າ ພ້ອມທັງຖືວ່າ: ບັນດາພັກການເມືອງຕ້ອງສາມັກຄີກັນເພື່ອຈຸດໝາຍລວມ.
ທ່ານປະທານາທິບໍດີ Adly Mansour ໄດ້ກ່າວເຕືອນວ່າ: ບໍ່ວ່າຜູ້ໃດບໍ່ຮູ້ຈຸດເວລາທີ່ມີລັກສະນະຕັດສິນໃນປະຈຸບັນ ຈະຕ້ອງຮັບຜິດຊອບຕໍ່ຜົນຮ້າຍ.
ພາຍຫຼັງຄຳຖະແຫຼງຂອງທ່ານປະທານາທິບໍດີ Adly Mansour , ອາເມລິກາ, ອີຢູ ໄດ້ສະແດງໃຫ້ເຫັນຄວາມວິຕົກກັງວົນກ່ຽວກັບການຈົນຕະແຈທີ່ອັນຕະລາຍຢູ່ອີຢີບ. ທ່ານ John Kerry ລັດຖະມົນຕີການຕ່າງປະເທດອາເມລິກາ ແລະ ທ່ານນາງ Catherine Ashton ຜູ້ຕາງໜ້າຂັ້ນສູງ ຮັບຜິດຊອບນະໂຍບາຍການຕ່າງປະເທດ ແລະ ຄວາມສະຫງົບປອດໄພຂອງອີຢູ ໃຫ້ຮູ້ວ່າ: ຝ່າຍຕ່າງໆ ມີຄວາມວິຕົກວັງວົນກ່ຽວກັບເລື່ອງລັດຖະບານຊົ່ວຄາວອີຢີບ ແລະ ຫົວໜ້າຝ່າຍຄ້ານ ຍັງບໍ່ທັນຊອກຫາວິທີທຳລາຍການຈົນຕະແຈໄດ້ ກໍ່ຄືບໍ່ທັນເຫັນດີເປັນເອກະສັນ ການປະຕິບັດບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ.