ມອບຂອງຂັວນຢູ່ແຂວງດົງນາຍ
(ພາບ: baodongnai.com.vn)
(vovworld)-ມາຮອດປະຈຸບັນ, ສູນກາງສະພາກາແດງຫວຽດນາມ ໄດ້ມອບຂອງຂວັນກ່ວາ 1 ລ້ານພູດໃຫ້ແກ່ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ປຊຊ ເຂດພູດອຍ, ເຂດຫ່າງໄກສອກຫລີກ, ເຂດຊາຍແດນ… ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ-ປີມະເມຍ 2014. ທ່ານດ່ວນວັນທາຍ, ຮອງປະທານ ທັງເປັນເລຂາທິການໃຫ່ຍສູນກາງສະພາກາແດງຫວຽດນາມ ຢືນຢັນວ່າ:
“ແຕ່ນີ້ຮອດວັນທີ 30 ຂອງບຸນເຕັດ, ສະພາກາແດງຫວຽດນາມ ຂັ້ນຕ່າງໆສືບຕໍ່ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາເປົ້າໝາຍປະສົບກັບຄວາມຫຍຸ້ງຍາກ. ຫວັງວ່າ, ໃນຈຸດເວລາກ່ອນບຸນເຕັດ, ຈະມອບຂອງຂວັນໄດ້ປະມານແຕ່ 200.000 ເຖິງ 300.000 ພູດ. ດ້ວຍຈຳນວນເງິນສະໜັບສະໜູນຂອງບັນດາອົງການຈັດຕັ້ງສາກົນກໍ່ຄືຈຳນວນເງິນທີ່ພວກຂ້າພະເຈົ້າຂົນຂວາຍນັບແຕ່ກ່ອນ, ແນ່ນອນວ່າຈະບັນລຸໄດ້ຂອງຂວັນ 1.300.000 ພູດ“.
(ພາບ: http://laodong.com.vn)
ຕອນຄ່ຳວັນທີ 25/1, ຢູ່ນະຄອນໂຮ່ຈິມິນ, ໄດ້ຈັດງານພົບປະສ້າງສັນ “ຄອບຄົວກຳມະບານ“ ໂດຍມີການເຂົ້າຮ່ວມຂອງ 500 ຄອບຄົວກຳມະກອນຜູ້ອອກແຮງງານພວມປະສົບກັບຄວາມຫຍຸ້ງຍາກແຕ່ຍັງມານະພະຍາຍາມປະຕິບັດໜ້າທີ່ສຳເລັດເປັນຢ່າງດີ. ແຕ່ລະຄອບຄົວກຳມະກອນໄດ້ຮັບຂອງຂວັນພູດ 1 ລວມມູນຄ່າ 700.000 ດົ່ງ. ກ່າວຄຳເຫັນນະທີ່ນີ້, ທ່ານເລແທງຫາຍ, ເລຂາຄະນະພັກນະຄອນໂຮ່ຈິມິນ ຊີ້ແຈ້ງວ່າ:
“ກ້າວເຂົ້າສູ່ປີ 2014, ການນຳນະຄອນເຊື່ອໝັ້ນ ແລະ ຫວັງວ່າ, ບັນດາອ້າຍເອື້ອຍນ້ອງກຳມະກອນຜູ້ອອກແຮງງານຈະສືບຕໍ່ອອກແຮງຮ່ຳຮຽນຍົກສູງລະດັບ ຄວາມຮູ້ດ້ານການເມືອງ, ວິຊາການ, ວິຊາສະເພາະ, ປະກອບສ່ວນສ້າງຊົນຊັ້ນກຳມະກອນເຕີບໃຫ່ຍເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ສ້າງກຳລັງການເມືອງນັບມື້ນັບພັດທະນາເລິກເຊິ່ງກ້ວາງຂວາງໃນຖັນແຖວກຳມະກອນຜູ້ອອກແຮງງານ“.
ໃນໂອກາດບຸນປີໃໝ່ປະຈຳຊາດປີນີ້, ສະພາກາແດງນະຄອນດ່ານັງ ໄດ້ມອບຂອງຂວັນເກືອບ 16.000 ພູດ ລວມມູນຄ່າກ່ວາ 5 ຕື້ດົ່ງໃຫ້ແກ່ຄົນທຸກຍາກ, ຄອບຄົວນະໂຍບາຍ, ເດັກພິການ…
ວັນທີ 25/1, ສະພາເຍົາວະຊົນແຂວງດັກລັກ ໄດ້ຈັດງານບຸນ “ຂົນຕົ້ມສີຂຽວ“ ແລະ ມອບເຂົ້າຕົ້ນ 15.000 ອັນ ໃຫ້ເດັກທຸກຍາກຢູ່ເຂດພູດອຍ, ເຂດຫ່າງໄກສອກຫລີກເພື່ອຕ້ອນຮັບບຸນປີໃໝ່ປະຈຳຊາດ. ສ່ວນຄະນະຊີ້ນຳໄຕງວຽນ ໄດ້ໜູນຊ່ວຍຈຳນວນເງິນ 1 ຕຶ້ດົ່ງເພື່ອໃຫ້ແຂວງເລິມດົງມອບຂອງຂວັນໃຫ້ຄອບຄົວທຸກຍາກໃນບໍລະເວນແຂວງ. ແຂວງເລິມດົງ ຍັງຫັກຈາກງົບປະມານແຂວງຈຳນວນເງິນ 15 ຕື້ດົ່ງເພື່ອເບິ່ງແຍງ 90.000 ຄອບຄົວທຸກຍາກ, ຄອບຄົວຊາວຊົນເຜົ່າສ່ວນໜ້ອຍ, ເຂດພູດອຍ, ເຂດຫ່າງໄກສອກຫລີກ…ໃນໂອກາດບຸນເຕັດ./.