ບັນດາຄະນະ​,​ສະມາຄົມ​ຢູ່​ຝະລັ່ງ​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ

ບັນດາຄະນະ​,​ສະມາຄົມ​ຢູ່​ຝະລັ່ງ​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ - ảnh 1
ສານ​ອະນຸຍາ​ໂຕ​ຕຸລາການ (ພາບ: PCA)

(vovworld) – ​ ​ ​ 35 ຄະນະ​, ສະມາຄົມຢູ່​ ຝະລັ່ງ ຫາ​ກໍ່​ສົ່ງ​ຈົດໝາຍທີ່​ຂຽນ​ດ້ວຍ​ນີ້ ​ແລະ ຈົດໝາຍທາງ​ເອີ-​ແມ​ວປະມານ 120 ສະບັບ​​ເຖິງຄະນະ​ກຳມະການ​ ​ເອີ​ລົບ ​ແລະ ປະທານ​ຄະນະ​ກຳມະການ​ເອີ​ລົບ; ບັນດາ​ສະມາຊິກ​ລັດຖະສະພາ​ສູງ ​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຝະລັ່ງ; ສະຖານທູດ​ບັນດາ​ປະ​ເທດ​ປະຈຳ ຝະລັ່ງ…​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ກ່ຽວ​ກັບ​ເຫດການ ຟີ​ລີ​ບປິນ ຮ້ອງ​ຟ້ອງ ຈີນ ທີ່​ກ່ຽວຂ້ອງ​ເຖິງ​ເລື່ອ​ງອະທິບາຍ ​ແລະ ນຳ​ໃຊ້​ສົນທິສັນຍາກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ບັນດາ​ຄະນະ, ສະມາຄົມຂຶ້ນ​ກັບປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ຝະລັ່ງ ​ແລະ ບັນດາຄະນະ, ​ສະມາຄົມ​ມິດຕະພາບ​ກັບ ຫວຽດນາມ ຄັດຄ້ານຢ່າງ​ຮຸນ​ແຮງ​ຄຳ​ຮຽກ​ສິດ​ອະທິປະ​ໄຕຢ່າງ​ຜິດ​ກົດໝາຍ​ສາກົນ​ຂອງ​ລັດຖະບານ ຈີນ ບົນ​ທະ​ເລ​ຕາ​ເວັນ​ອອກ ​ແລະ ການ​ເຄື່ອນ​ໄຫວກໍ່ສ້າງ ​ແລະ ບູລະນະ​ບັນດາ​ຫາດ​ດອນ​ຫີນ​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ ຫວຽດ​ນາມ ​ແລະ ບາງ​ປະ​ເທດອື່ນ​ໃນ​ພາກ​ພື້ນ​ຢ່າງຜິດ​ກົດໝາຍ. ບັນດາຄະນະ, ​ສະມາຄົມ​ນີ້ ຮຽກຮ້ອງ​ໃຫ້​ທຸກ​ຝ່າຍທີ່​ກ່ຽວຂ້ອງ​ທັງ​ໝົດ ​ແລະ ປະຊາ​ຄົມ​ສາກົນ​ໃຫ້​ຄຳ​ໝັ້ນ​ສັນຍາ​ກະທຳ​ເພື່ອ​ໃຫ້​ກົດໝາຍ​ສາກົນ​ຕ້ອງ​ໄດ້​ຮັບ​ການ​ປະ​ຕິບັດ, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ການ​ຂັດ​ແຍ້​ງກັນ​ບົນ​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ, ກກຳລັງ​ອາວຸດ ​ແລະ ​ນາບ​ຂູ່ນຳ​ໃຊ້ກຳລັງ​ອາວຸດ​ໃດໆ.


ຂ່າວ/ບົດ​ອື່ນ