ບັນດາຄາດໝາຍເສດຖະກິດນະຄອນ ໂຮ່ຈີມິນ ສືບຕໍ່ເຕີບໂຕເປັນປົກກະຕິ
Le Hang, ນັກຂ່າວ VOVນະຄອນ ໂຮ່ຈີມິນ -  
ທ່ານ ເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນ
ນະຄອນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບປະກອບ)
(vovworld) – ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງນະຄອນ ໂຮ່ຈີມິນ ໃນວັນທີ 1/8, ທ່ານ ເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນ ນະຄອນ, ໃຫ້ຮູ້ວ່າ: ເຖິງວ່າຍັງມີຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ ແຕ່ບັນດາຄາດໝາຍເສດຖະກິດ - ສັງຄົມຂອງນະຄອນຍັງຄົງສືບຕໍ່ເຕີບໂຕເປັນປົກກະຕິ. ແຕ່ນີ້ຮອດທ້າຍປີ, ນະຄອນສຸມໃສ່ເສີມຂະຫຍາຍປະຕິບັດບັນດາມາດຕະການຍູ້ແຮງບັນດາລາຍການຮັກສາລາຄາຕະຫຼາດ, ເພື່ອຂຸດຄົ້ນຄວາມຮຽກຮ້ອງຕ້ອງການສິນຄ້າທີ່ຈຳເປັນຂອງປະຊາຊົນຢ່າງສູງສຸດ, ສະກັດກັ້ນການຂຶ້ນລາຄາບໍ່ເປັນປົກກະຕິ. ທ່ານ ເລຮ່ວາງກວນ ຊີ້ແຈ້ງວ່າ:
“ຍັງອີກ 4 ເດືອນພວກເຮົາສຸມໃສ່ສ້າງສຳເລັດແຜນການຂອງປີນີ້, ໄລຍະ 4 ເດືອນນີ້ຕ້ອງມານະພະຍາຍາມຢ່າງຂ້ຽວຂາດ. ພວກເຮົາເພີ່ມທະວີການແກ້ໄຂສິນຄ້າຄ້າງສາງ, ປະຕິບັດມະຕິ 08 ຂອງຄະນະພັກນະຄອນ ກ່ຽວກັບແຜນການຂອງປີ 2013 ພ້ອມທັງສຸມໃສ່ແຜນການປີ 2014.”
ແຕ່ຕົ້ນປີມາຮອດປະຈຸບັນ, ຍອດມຸນຄ່າສິນຄ້າຂາຍຍ່ອຍ ແລະ ລາຍຮັບຈາກການບໍລິການຂອງນະຄອນ ໂຮ່ຈີມິນ ບັນລຸກ່ວາ 340.000 ຕື້ດົ່ງ, ເພີ່ມຂຶ້ນ 11,8% ເມື່ອທຽບໃສ່ໄລຍະດຽວກັບຂອງປີກາຍ.
Le Hang, ນັກຂ່າວ VOVນະຄອນ ໂຮ່ຈີມິນ