ບັນດານັກອຸປະຖຳ ຊຸກຍູ້ ເກຣັກ ຮັບຮູ້ເງື່ອນໄຂ ໜູນຊ່ວຍດ້ານການເງິນ
ບັນດາຝ່າຍບໍ່ບັນລຸໄດ້ການປະນິປະນອມກ່ຽວກັບທຸກໆຂໍ້ມາດຕາຂອງບ້ວງເງິນອຸປະຖຳທີ 2 ໃຫ້ແກ່ ເກຣັກ
ໃນການເຈລະຈາເມື່ອວັນທີ 5/2 ລະຫວ່າງລັດຖະບານ ເກຣັກ ແລະ ບັນດາຜູ້ຕາງໜ້າຂອງ ”ກຸ່ມ 3 ອົງການ” ອຸປະຖຳສາກົນ, ລວມມີຄະນະກຳມະການເອີລົບ (ຫຼື EC), ທະນາຄານສູນກາງເອີລົບ (ຫຼື ECB) ແລະ ກອງທຶນເງິນຕາສາກົນ (ຫຼື IMF) ພັດຖືກຕົກເຂົ້າສູ່ສະພາບການບໍ່ມີທາງອອກ. ບັນດາຝ່າຍບໍ່ບັນລຸໄດ້ການປະນິປະນອມກ່ຽວກັບທຸກໆຂໍ້ມາດຕາຂອງບ້ວງເງິນອຸປະຖຳທີ 2 ໃຫ້ແກ່ ເກຣັກ ທີ່ມີມູນຄ່າ 130 ຕື້ເອີໂຣເຊິ່ງແມ່ນ ຈຳນວນເງິນເຊິ່ງ Athens ຢາກໄດ້ໄວເພື່ອຫຼີກລ້ຽງການລົ້ມລະລາຍ. ໃນຂະນະນັ້ນ, ”ກຸ່ມ 3 ອົງການ” ອຸປະຖຳສາກົນໄດ້ອອກຄຳຂາດໃຫ້ແກ່ລັດຖະບານ ເກຣັກ ແມ່ນຕ້ອງຍົກອອກ ”ຄຳຕອບທີ່ຕັ້ງໜ້າໃຫ້ແກ່ບັນດາເງື່ອນໄຂໜູນຊ່ວຍດ້ານການເງິນກ່ອນຈຸດເວລາ 11 ໂມງ ໃນວັນທີ 6/2”. ບັນດາຄວາມບໍ່ລົງລອຍກັນຕົ້ນຕໍ່ແມ່ນເລື່ອງ ”ກຸ່ມ 3 ອົງການ” ອຸປະຖຳສາກົນ ສະເໜີເກຣັກປະຕິບັດບັນດາຄຳໝັ້ນສັນຍາເພີ່ມເຕີມໃນນະໂຍບາຍ ”ຮັດເຂັມຄັດ”, ຕາມນັ້ນແລ້ວ, Athens ຈະຕ້ອງຫຼຸດຜ່ອນເງິນເດືອນພື້ນຖານໃນພາກເອກະຊົນ, ເງິນພັກກິນເບ້ຍບຳນານ, ລົບລ້າງການຈ່າຍເງິນເດືອນ, ສຳລັບເດືອນທີ 13 ແລະ 14...
ໃນຂະນະນັ້ນຄືວັນທີ 5/2, ທ່ານນາຍົກລັດຖະມົນຕີເກຣັກ Lucas Papademos ໃຫ້ຮູ້ວ່າ: ຜູ້ນຳ 3 ພັກການເມືອງທີ່ສຳຄັນໄດ້ເຫັນດີເປັນເອກະສັນກ່ຽວກັບຫຼາຍມາດຕະການ, ລວມມີການຫຼຸດຜ່ອນເງິນເດືອນ ແລະ ບັນດາການປະຕິຮູບອື່ນໆ, ຄືດັ່ງສ່ວນໜຶ່ງໃນແຜນການຫຼຸດຜ່ອນການໃຊ້ຈາຍທີ່ມີມູນຄ່າ 1,5% ຍອດຜະລິດຕະພັນພາຍໃນ (ຫຼື GDP) ຂອງປະເທດນີ້ ເພື່ອແນໃສ່ສະກັດກັ້ນໄພລົ້ມລະລາຍ.