ບັນດາບັນຫາສຳຄັນພິເສດຂອງປະເທດຊາດຄວນຍົກອອກມາເພື່ອລົງປະຊາມະຕິ
(ພາບປະກອບ)
(vovworld) - ຮ່າງກົດໝາຍວ່າດ້ວຍການລົງປະຊາມະຕິ ແມ່ນເນື້ອໃນໃຫຍ່ເຊິ່ງບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືໃນຕອນເຊົ້າວັນທີ 12/11 ຢູ່ຮ່າໂນ້ຍ.
ບັນດາສະມາຊິກສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບສູງຕໍ່ເລື່ອງ ກຳນົດລົງປະຊາມະຕິສຳລັບບັນດາບັນຫາສຳຄັນພິເສດຂອງປະເທດຈະຖືກຈັດຕັ້ງ ແລະ ປະຕິບັດໃນຂອບເຂດທົ່ວປະເທດ. ຮ່າງກົດໝາຍວ່າດ້ວຍການລົງປະຊາມະຕິ ໄດ້ຍົກສູງຫຼັກການສິດອຳນາດຂອງປະຊາຊົນ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົວປວງຊົນທັງຊາດ, ເພີ່ມຄວາມເຫັນດີເຫັນພ້ອມໃນສັງຄົມ. ທ່ານ ບຸ່ຍແມ້ງຮຸ່ງ, ສະມາຊິກສະພາແຫ່ງຊາດແຂວງ ບິ່ງເຟືອກ, ປະກອບຄວາມເຫັນວ່າ:
“ຕາມຂ້າພະເຈົ້າແລ້ວ, ບັນດາບັນຫາສຳຄັນພິເສດ ຕ້ອງແມ່ນບັນຫາທີ່ມີການກະທົບຢ່າງກວ້າງຂວາງ, ສົ່ງຜົນສະທ້ອນເຖິງຊາຕາກຳຂອງປະເທດຊາດ, ເຖິງທ່າອ່ຽງພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ແມ່ນບັນຫາທີ່ໄດ້ຮັບຄວາມສົນໃຈຈາກຫາງສຽງປະຊາຊົນໃນທົ່ວປະເທດ, ທັງແມ່ນບັນຫາທີ່ມີລັກສະນະພາວະວິໄສ ຮຽກຮ້ອງຕ້ອງລະດົມເຈດຈຳນົງຂອງທົ່ວປວງຊົນຈຶ່ງສາມາດແກ້ໄຂບັນຫານັ້ນໄດ້“.
ບັນດາສະມາຊິກສະພາແຫ່ງຊາດ ຢືນຢັນວ່າການລົງປະຊາມະຕິ ເພື່ອແນໃສ່ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ເປີດກວ້າງບັນດາຮູບການປະຊາທິປະໄຕໂດຍກົງ. ເລື່ອງກໍ່ສ້າງຮ່າງກົດໝາຍວ່າດ້ວຍການລົງປະຊາມະຕິ ເພື່ອແນໃສ່ຫັນບັນດາຂໍ້ກຳນົດຂອງລັດຖະທຳມະນູນປີ 2013 ເປັນລະອຽດ ແລະ ປັບປຸງລະບົບກົດໝາຍຫວຽດນາມໃຫ້ສົມບຸນແບບ. ຄາດວ່າສະພາແຫ່ງຊາດຈະຮັບຮອງເອົາກົດໝາຍວ່າດ້ວຍການລົງປະຊາມະຕິ ໃນກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 13.