ບັນດາປະເທດບ້ານໃກ້ເຮືອນຄຽງມານະພະຍາຍາມຊອກຫາທາງອອກໃຫ້ແກ່ການປະທະກັນລີບີ

(VOVWORLD) - ວັນທີ 18 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດອີຢິບ Sameh Shoukry ແລະ ທ່ານປະທານາທິບໍດີ Tunisia, Beji Caid Essebsi ໄດ້ປຶກສາຫາລືຢູ່ນະຄອນຫຼວງ Tunis ຂອງ Tunisia ກ່ຽວກັບບັນດາການຜັນແປຫຼ້າສຸດໃນສະພາບການຢູ່ລີບີ
ບັນດາປະເທດບ້ານໃກ້ເຮືອນຄຽງມານະພະຍາຍາມຊອກຫາທາງອອກໃຫ້ແກ່ການປະທະກັນລີບີ - ảnh 1 (ພາບປະກອບ: THX/TTXVN)

ແລະ ຄວາມມານະພະຍາຍາມຂອງບັນດາປະເທດຖານບ້ານໃກ້ເຮືອນຄຽງໃນເລື່ອງຊອກຫາມາດຕະການແກ້ໄຂດ້ານການເມືອງໃຫ້ການປະທະກັນຢູ່ທີນີ້. ໂຄສົກກະຊວງການຕ່າງປະເທດອິຢິບ Ahmed Abu Zeid ໃຫ້ຮູ້ວ່າ, ການປຶກສາຫາລືຕ່າງໆລະຫວ່າງທ່ານ Shoukry ແລະ ທ່ານ Essebsi ລວມທັງບັນດາຄວາມມານະພະຍາຍາມຂອງອີຢິບ ເພື່ອຊອກຫາທັດສະນະລວມລະຫວ່າງບັນດາພັກຝ່າຍການທະຫານທີ່ແຕກຕ່າງກັນຢູ່ລີບີ. ຢູ່ທີ່ນີ້, ທ່ານ Shoukry ເວົ້າວ່າ, ບັນດາຄວາມມານະພະຍາຍາມດັ່ງກ່າວໄດ້ຮັບການສະໜັບສະໜູນຈາກທຸກຝ່າຍເຂົ້າຮ່ວມການສູ້ຮົບຢູ່ລີບີ ກໍຄືບັນດາຄູ່ຮ່ວມມືໃນພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ