ບັນດາປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງແບ່ງປັນຄວາມຮັບຜິດຊອບໃນການຕໍ່ສູ້ປ້ອງກັນ,ຕ້ານຢາເສບຕິດ
ກອງປະຊຸມລັດຖະມົນຕີບັນດາປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງ
(vovworld) – ກອງປະຊຸມລັດຖະມົນຕີບັນດາປະເທດສະມາຊິກ ທີ່ເຂົ້າຮ່ວມໃນຂໍ້ຕົກລົງກ່ຽວກັບການຮ່ວມມືປ້ອງກັນ,ຕ້ານຢາເສບຕິດອະນຸພາກພື້ນແມ່ນ້ຳຂອງ ປີ 1993 ໄດ້ໄຂຂຶ້ນໃນວັນທີ 21/5 ຢ່າງເປັນທາງການ, ຢູ່ຮ່າໂນ້ຍ. 6 ປະເທດສະມາຊິກລວມມີ: ກຳປູເຈຍ, ຈີນ, ລາວ, ໄທ, ມຽນມາ ແລະ ຫວຽດນາມ ພ້ອມກັບອົງການປ້ອງກັນ, ຕ້ານຢາເສບຕິດ ແລະ ອາດຊະຍາກຳຂອງສະຫະປະຊາຊາດເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຂຸມ, ທ່ານລັດຖະມົນຕີວ່າການກະຊວງຕຳຫຼວດ ຫວຽດນາມ ພົນເອກ ເຈິ່ນດ້າຍກວາງ ຢັ້ງຢືນວ່າ: ພາຍຫຼັງ 20 ກວ່າປີ ແຫ່ງການຜັນຂະຫຍາຍ, ການຮ່ວມມືປ້ອງກັນ, ຕ້ານຢາເສບຕິດລະຫວ່າງບັນດາສະມາຊິກອະນຸພາກພື້ນແມ່ນ້ຳຂອງ ແມ່ນບັນລຸໄດ້ບັນດາຜົນງານທີ່ສຳຄັນ; ເຖິງຢ່າງໃດກໍ່ຕາມ, ສະພາບຢາເສບຕິດຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້ ຍັງມີການຜັນແປໄປຢ່າງສັບສົນ. ຍ້ອນເຫດນັ້ນ, ບັນດາປະເທດເຂົ້າຮ່ວມຂໍ້ຕົກລົງຕ້ອງກຳນົດແຈ້ງບັນດາເນື້ອໃນຈຸດສຸມທີ່ຄວນສຸມໃສ່ຮ່ວມມືໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີ ເຈິ່ນດ້າຍກວາງ ເນັ້ນໜັກວ່າ:
“ກອງປະຊຸມລັດຖະມົນຕີບັນດາປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງ ປີ 2015 ຕ້ອງເປັນເວທີປາໄສທີ່ມີຄຸນນະພາບຢ່າງແທ້ຈິງ ເພື່ອຊຸກຍູ້ການຮ່ວມມື, ແລກປ່ຽນຂໍ້ມູນ, ແບ່ງປັນບົດຮຽນກ່ຽວກັບໝາກຜົນແຫ່ງວຽກງານຕໍ່ສູ້ປ້ອງກັນ,ຕ້ານຢາເສບຕິດຢູ່ແຕ່ລະປະເທດ; ປຶກສາຫາລື, ເປັນເອກະພາບໃນການສ້າງບັນດາມາດຕະການຍຸດທະສາດໃນວຽກງານປ້ອງກັນ,ຕ້ານຢາເສບຕິດ ແລະ ຍົດສູງປະສິດທິຜົນໃນກົນໄກຮ່ວມມືຫຼາຍຝ່າຍກໍ່ຄື 2 ຝ່າຍຢູ່ອະນຸພາກພື້ນຕາມເນື້ອໃນຈິດໃຈສ່ວນເພີ່ມຂໍ້ຕົກລົງການຮ່ວມມືສະບັບປັບປຸງຄັ້ງທີ 2 ແລະ ຜັນຂະຫຍາຍແຜນການກະທຳອະນຸພາກພື້ນຄັ້ງທີ 9 ຢ່າງມີປະສິດທິຜົນ” .