ພາບປະກອບຈາກ internet
|
(vovworld) - ຕາມນັກຂ່າວຂ່າວສານຫວຽດນາມປະຈຳ ກຳປູເຈຍແລ້ວ, ກຸ່ມບັນດາປະເທດອຸປະຖຳໃຫ້ຄຳໝັ້ນສັນຍາຈະຫນູນຊ່ວຍເງິນຈຳນວນ 89 ລ້ານ USD ໃຫ້ແກ່ສານພິພາກສາຂະແມແດງ (ECCC) ເພື່ອໃຫ້ບັນດາສານພິພາກສາສາມາດສືບຕໍ່ດຳເນີນໃນປີ 2012 ແລະ 2013. ວັນທີ 27/2, ທ່ານ Neth Pheaktra ໂຄສົກ ECCC ໃຫ້ຮູ້ວ່າ: ຄະນະຜູ້ແທນ ECCC ເດີນທາງຈາກນະຄອນ ນິວຢອກ ສະຫະລັດອາເມລິກາກັບຄືນ ກຳປູເຈຍ ພາຍຫລັງໄດ້ຮັບຄຳໝັ້ນສັນຍາກໍຄືການສະຫນັບສະຫນູນ ແລະ ຄວາມໄວ້ເນື້ອເຊື່ອໃຈທີ່ມີຕໍ່ວິວັດການປະຕິບັດຂອງ ECCC ຈາກບັນດາປະເທດອຸປະຖຳ, ໃນນັ້ນມີຍີ່ປຸ່ນ, ອົດສະຕາລີ, ເຢຍລະມັນ, ອັງກິດ ແລະ ສະຫະພາບເອີລົບ (EU) ພິເສດສຳລັບບັນດາພາລະກອນຝ່າຍກຳປູເຈຍ ຊຶ່ງແມ່ນຜູ້ທີ່ບໍ່ໄດ້ຮັບເງິນເດືອນນັບແຕ່ເດືອນ 10/2011.