ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງຍູ້ແຮງວຽກງານປ້ອງກັນ,ຕ້ານຢາເສບຕິດ

ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງຍູ້ແຮງວຽກງານປ້ອງກັນ,ຕ້ານຢາເສບຕິດ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

(vovworld) – ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 19/5, ຢູ່​ ຮ່າ​ໂນ້ຍ, ທ່ານ​ພົນ​ຕີ ຟານ​ວັນ​ວີ້ງ, ຫົວໜ້າ​ກົມ​ໃຫຍ່ຕຳຫຼວດ, ກະຊວງ​ຕຳຫຼວດ ​ຫວຽດນາມ, ​ໃຫ້​ຮູ້​ວ່າ: ຜ່ານ 20 ປີ, ກົນ​ໄກການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ລະຫວ່າງ ກຳປູ​ເຈຍ, ຈີນ, ລາວ, ມຽນມາ, ​ໄທ,  ຫວຽດນາມ ​ແລະ ອົງການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ​ແລະ ອາດຊະຍາ​ກຳ​ສະຫະ​ປະຊາ​ຊາດ​ໄດ້​ກາຍ​ເປັນ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ສຳຄັນ​ໃນ​ພາກ​ພື້ນ​ທີ່​ໄດ້​ມີ​ການ​ປະກອບສ່ວນ​ຕັ້ງໜ້າຫຼາຍ​ຢ່າງ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ. ກອງ​ປະຊຸມ​ແມ່ນ​ເວທີ​ປາ​ໄສ​ສຳຄັນ ​ເພື່ອ​ໃຫ້​ບັນດາ​
ປະ​ເທດ​ພົບ​ປະ, ​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ, ບົດຮຽນ ​ແລະ ໝາກຜົນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ຂອງ​ແຕ່ລະ​ປະ​​ເທດ. ພ້ອມ​ທັງ, ປຶກສາ​ຫາລື, ກໍ່ສ້າງ ​ແລະ ​ເປັນ​ເອກະ​ພາບ​ບັນດາ​ມາດ​ຕະການ​ຍຸດ​ທະ​ສາດ ກ່ຽວ​ກັບ​ວຽກ​ງານ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ກົນ​ໄກ​ຮ່ວມ​ມື​ຫຼາຍ​ຝ່າຍ​ກໍ​ຄື 2 ຝ່າຍ​ໃນ​ພາກ​ພື້ນ. ທ່ານ​ພົນ​ຕີ ຟານ​ວັນ​ວີ້ງ ​ເນັ້ນ​ໜັກ​ວ່າ:

      “ກອງ​ປະຊຸມ​ໄດ້​ດຳ​ເນີນ​ໃນ​ສະພາບ​ແຫຼ່ງກຳລັງ​ສາກົນ​ສະຫງວນ​ໃຫ້​ວຽກ​ງານ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ຫຼຸດ​ລົງ. ສະ​ນັ້ນ, ​ເລື່ອງ​ຮັກສາ​ປະສິດທິ​ຜົນກົນ​ໄກ​ຮ່ວມ​ມືລະຫວ່າງ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​​ແມ່ນ​ອີງ​ໃສ່​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ປະ​ເທດ​ສະມາຊິກ. ສິ່ງ​ດັ່ງກ່າວ, ຮຽກຮ້ອງ​ບັນດາ​ປະ​ເທດ​ຕ້ອງ​ຍົກ​ສູງ​ບົດບາດ​ສຳຄັນ​ກ່່ວາ​ອີກ​ໃນ​ການ​ກໍ່ສ້າງ ​ແລະ ຈັດ​ຕັ້ງ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ, ຍຸດ​ທະ​ສາດ​ຄວບ​ຄຸມ​ຢາ​ເສບ​ຕິດ; ​ເພີ່ມ​ທະວີ​ລັກສະນະ​ເປັນ​ເຈົ້າ​ການ​ກ່ວາ​ອີກ ​ແລະ ເຂົ້າ​ຮ່ວມ​​ໃນການ​ສ້າງ​ບັນດາຂໍ້​ລິ​ເລີ່ມ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ຂອງ​ພາກ​ພື້ນ​ໂດຍ​ກົງ ​ແລະ ​ແບ່ງປັນ​ບົດຮຽນ​ລະດົມ​ບັນດາ​ແຫຼ່ງກຳລັງ​ໃຫ້​ວຽກ​ງານ​ນີ້.”

ຂ່າວ/ບົດ​ອື່ນ