ບັນດາປະເທດອາຊຽນອາດສາມາດໝູນໃຊ້ທ່າສະດວກຫຼາຍຢ່າງພາຍຫຼັງBrexit

ບັນດາປະເທດອາຊຽນອາດສາມາດໝູນໃຊ້ທ່າສະດວກຫຼາຍຢ່າງພາຍຫຼັງBrexit - ảnh 1
ພາບປະກອບ

(vovworld) – ​ ​ເຫດການ Brexit ຈະ​ນຳ​ມາ​ເຊິ່ງ​ບັນດາ​ປະ​ເທດ ອາ​ຊຽນ ບາງ​ທ່​າ​ສະ​ດວກ​ໃນ​ການ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ເຊັນ​ບັນດາຂໍ​​້ຕົກລົງ​ການ​ຄ້າ​ເສລີ​ ​ແລະ ດຶງດູດ​ການ​ລົງທຶນ​ຈາກ ອັງກິດ. ນີ້​ແມ່ນ​ການ​ຂໍ້​ສັງ​ເກດ​ຂອງບັນດາ​ນັກ​ຊ່ຽວຊານ​ທີ່ “ກອງ​ປະຊຸມ​ສຳ​ມະ​ນາ Brexit ​ແລະ ປະ​ຊາ​ຄົມ​ເສດຖະກິດ ອາ​ຊຽນ ພາຍ​​ໃຕ້​ແງ່​ມູມຂອງ​ການ​ເຊື່ອມ​ໂຍງ”, ​​ເຊິ່ງ​ຈັດ​ຕັ້ງ​ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ໃນ​ວັນ​ທີ 3/8. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ຖື​ວ່າ ສຳລັບ ອີ​ຢູ, ອາ​ຊຽນ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ພັດທະນາ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ 2 ຝ່າຍ ຍ້ອນ​ວ່າ​ອາ​ຊຽນທັງ​ເປັນ​ຕະຫຼາດ ທັງ​ເປັນ​ປະຕູ​ເພື່ອ​ໃຫ້ ອີ​ຢູ ​ເຂົ້າ​​ພາກ​ພື້ນ ອາຊີ - ປາຊີ​ຟີ​ກ. ກົງກັນຂ້າມ, ​​​ບັນດາປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ເກືອ​ບທັງ​ໝົດລ້ວນ​ແຕ່​ຖື ອີ​ຢູ ​ແມ່ນ​ຄູ່​ຮ່ວມມື​ຍຸດທະ​ສາດ ​ແລະ ​ແງ່​ຫວັງ​ເພີ່ມ​ທະວີ​ການ​ພົວພັນ​ເສດຖະກິດ​ໃນ​ຫຼາຍ​ຂົງ​ເຂດ. ​ໃນ​ສະພາບ​ການ​ເກີດ​ເຫດການ Brexit ​ໄດ້​ເຮັດ​ໃຫ້ ອັງກິດ ຫລຸດ​ຜ່ອນ​ທີ່​ຕັ້ງ​​ດ້ານ​ເສດຖະກິດ​ ​ແລະ ການ​ເມືອງຊົ່ວຄາວນັ້ນ, ພາ​ໄປ​ເຖິງ​ປະ​ເທດ​ນີ້​ມີ​ຄວາມ​ສາມາດ​ຫັນ​ທິດ​ໄປ​ສູ່ ອາຊີ ປາຊີ​ຟິກ. ບັນດາ​ນັກ​ຊ່ຽວຊານ​ຄາດ​ຄະ​ເນ​ວ່າ, ​ໄລຍະ​ຫຼັງ Brexit, ນອກຈາກ​ຕະຫຼາດ​ເອີ​ລົບ, ອັງກິດ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຕະຫຼາດ, ຫລຸດຜ່ອນ​ການ​ຂຶ້ນ​ກັບ​ບັນດາ​ຕະຫຼາດປະ​ເທດ​ໃກ້​ຄຽງ ​ແລະ ​ອາຊີ ​ແມ່ນ​ຈຸດ​ນັດ​ພົບທີ່​ຂະຫຍັນ​ຂັນ​ເຄື່ອນ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ. ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC) ມຸ່ງ​ໄປ​ເຖິງ​ຄາດ​ໝາຍ​ສ້າງ​ຕັ້ງ​ຕະຫຼາດ​ລວມ, ​ໃນ​ນັ້ນ, ການ​ຄ້າ​ຈະໄດ້​ເຫັນ​ການ​ລົງທຶນເປ​ັນ​ເສລີ​ເພື່ອ​ແນ​ໃສ່​ເພີ່ມ​ຄວາມ​ຄວາມ​ສາມາ​ດ​ແກ້ງ​ແຍ້​ງຂອງ​ອາ​ຊຽນ ​ໃນ​ຕະຫຼາດ​ທົ່ວ​ໂລກ.


ຂ່າວ/ບົດ​ອື່ນ