ທ່ານ ພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດ
(ພາບປະກອບ)
(vovworld) - ວັນທີ 27 ສິງຫາ, ບັນດາຄະນະຜູ້ແທນການທະຫານຂັ້ນສູງອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື, ຄູ່ເຈລະຈາ ໄດ້ໄປຮອດ Bandar Seri Begawan, ປະເທດ ບຮຸໄນ, ເພື່ອເຂົ້າຮ່ວມການພົບປະ 2 ຝ່າຍຕ່າງໆ ແລະ ກອງປະຊຸມປ້ອງກັນຊາດພາກພື້ນ, ເຊິ່ງດຳເນີນໃນລະຫວ່າງວັນທີ 27 – 28 ສິງຫາ. ຄະນະຜູ້ແທນຫວຽດນາມໂດຍທ່ານ ພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດນຳໜ້າ. ຕາມແຜນການ, ບັນດາຄະນະຜູ້ແທນອາຊຽນ ຈະເຂົ້າຮ່ວມກອງປະຊຸມວົງແຄບ ແມ່ນ ກອງປະຊຸມວົງແຄບບັນດາເຈົ້າໜ້າທີ່ຂັ້ນສູງປ້ອງກັນຊາດອາຊຽນ (ADSOM Retrat) ໃນວັນທີ 27 ສິງຫາ ແລະ ກອງປະຊຸມວົງແຄບບັນດາປະເທດອາຊຽນ (ADMM Retrat). ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິນ ຈະເຂົ້າຮ່ວມກອງປະຊຸມນີ້. ນອກນັ້ນ, ຄາດວ່າບັນດາຜູ້ແທນກໍ່ຈະເຂົ້າຮ່ວມກອງປະຊຸມບໍ່ເປັນທາງການອາຊຽນ - ອາເມລິກາ ແລະ ການພົບປະ 2 ຝ່າຍອື່ນໆອີກ.