ຊາວອົບພະຍົບພວມລໍຖ້າໄປເຖິງເຢຍລະມັນ
ພາບ:TTXVN
|
(vovworld)- ວັນທີ 5/9, ຕຳຫລວດ ອົດຕະລິດໃຫ້ຮູ້ວ່າ: ພຽງໃນສອງສາມຊົ່ວໂມງ ໄດ້ມີຊາວອົບພະຍົບປະມານ 2500-3000 ຄົນຈາກ ຮຸງກາຣີ ເຂົ້າ ອົດຕະລິດ ພາຍຫລັງ ຮຸງກາຣີ ອະນຸຍາດໃຫ້ບັນດາລົດເມຂົນສົ່ງຊາວອົບພະຍົບຈາກ ນະຄອນຫລວງ Budapest ເດີນໄປເຖິງເຂດຊາຍແດນ. ກ່ອນຫນ້ານັ້ນ ລັດຖະບານ ອົດຕະລິດ ແລະ ເຢຍລະມັນ ໄດ້ຖະແຫລງ ຕ້ອນຮັບຊາວອົບພະຍົມຕື່ມອີກພັນໆຄົນ. ໃນຂະນະນັ້ນ ລັດຖະມົນຕີການຕ່າງປະເທດ ອົດຕະລິດ Sebastian Kurz ຖະແຫລງວ່າ ສະພາບຊາວອົບພະຍົບພາກັນໄປເຖິງ ອົດຕະລິດໃນວັນທີ 5/9 ແມ່ນການເຕືອນໃຫ້ທົ່ວເອີລົບ ຕ້ອງເອົາໃຈໃສ່ເຖິງບັນຫານີ້.