ບັນ​ດາ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ລົງ​ນາມ RCEP ໃນ​ປີນີ້

(VOVWORLD) -ກອງປະຊຸມຄະນະກຳມະການເຈລະຈາດ້ານການຄ້າ RCEPຄັ້ງທີ 29 ຄາດວ່າຈະໄດ້ຈັດຕັ້ງໃນລະຫວ່າງວັນທີ 23 – 27 ມີນາຢູ່ ຈາກາຕາ, ປະເທດອິນໂດເນເຊຍ ກໍ່ຈະໄດ້ຈັດຕັ້ງຕາມຮູບການ ທາງອອນລາຍ.
ບັນ​ດາ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ລົງ​ນາມ RCEP ໃນ​ປີນີ້ - ảnh 1

ກອງປະຊຸມສຸດຍອດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RECP) ຄັ້ງທີ 3 ຢູ່ບາງກອກ ປະເທດໄທ ໃນວັນທີ 4 ພະຈິກ 2019 (ພາບ: TTXVN)

ວັນທີ 20 ມີນາ, ສື່ມວນຊົນໄທໃຫ້ຮູ້ວ່າ ບັນດາຄູ່ຮ່ວມມືເຈລະຈາຂອງ ອາຊຽນຍັງຄົງໃຫ້ຄຳໝັ້ນສັນຍາວ່າຈະລົງນາມໃນ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນທ້າຍປີນີ້ຕາມແຜນການ, ໂດຍບໍ່ຫົວຊາຕໍ່ການແຜ່ລະບາດຂອງເຊື້ອໄວຣັດ SARS – CoV- 2 ເຊິ່ງເຮັດໃຫ້ ກອງປະຊຸມໂດຍກົງຂອງ ອາຊຽນ, ອົງການການຄ້າໂລກ (WTO), ອົງການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ RCEP ເຊິ່ງຄາດຄະເນວ່າ ຈະໄດ້ຈັດຕັ້ງໃນຕົ້ນປີນີ້ຕ້ອງໂຈະຊົ່ວຄາວເກືອບທັງໝົດ.

ຕາມທ່ານນາງ Auramon Supthaweethum ຫົວໜ້າກົມເຈລະຈາດ້ານການຄ້າຂຶ້ນກັບກະຊວງການຄ້າ ໄທ ແລ້ວ, ອົງການນີ້ໄດ້ດັດປັບແຜນການເຈລະຈາດ້ານການຄ້າໃນໄລຍະເກີດໂລກລະບາດຜ່ານບັນດາກອງປະຊຸມທາງອອນລາຍເພື່ອເຈລະຈາກັບບັນດາຄູ່ຮ່ວມມື. ກອງປະຊຸມຄະນະກຳມະການເຈລະຈາດ້ານການຄ້າ RCEPຄັ້ງທີ 29 ຄາດວ່າຈະໄດ້ຈັດຕັ້ງໃນລະຫວ່າງວັນທີ 23 – 27 ມີນາຢູ່ ຈາກາຕາ, ປະເທດອິນໂດເນເຊຍ ກໍ່ຈະໄດ້ຈັດຕັ້ງຕາມຮູບການ ທາງອອນລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ