(ພາບປະກອບ/ Reuters)
(vovworld) - ວັນທີ 4/2, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ຈະສືບຕໍ່ອະນຸຍາດໃຫ້ບັນດາຜູ້ທີ່ມີວີຊາຢ່າງຖືກຕ້ອງຕາມກົດໝາຍເຂົ້າປະເທດນີ້, ເພື່ອແນໃສ່ປະຕິບັດຄຳຕັດສິນກີດຂວາງລັດຖະດຳລັດຂອງ ປະທານາທິບໍດີ Donald Trump ໂດຍຜູ້ພິພາກສາສະຫະລັດຜູ້ໜຶ່ງຢູ່ນະຄອນ Seattle ຍົກອອກມາ. ໃນຖະແຫຼງການໜຶ່ງ, ກະຊວງການຕ່າງປະເທດ ອາເມລິກາ ຢືນຢັນໄດ້ຍົກເລີກຂໍ້ກຳນົດຖອນຄືນວີຊາຊົ່ວຄາວແລ້ວ. ຕາມນັ້ນແລ້ວ, ບັນດາຜູ້ທີ່ມີວີຊາບໍ່ທັນຖືກຍົກເລີກແມ່ນສາມາດເຂົ້າ ອາເມລິກາ ໄດ້, ຖ້າຫາກວ່າວີຊານັ້ນຖືກຕ້ອງຕາມກົດໝາຍ. ໃນວັນດຽວກັນ, ໂຄສົກກະຊວງປ້ອງກັນຄວາມສະຫງົບພາຍໃນປະເທດ ອາເມລິກາ ໃຫ້ຮູ້ວ່າ, ກະຊວງນີ້ກໍ່ຢຸດຕິການຂີດໝາຍບັນດາຜູ້ທີ່ມາຈາກບັນດາປະເທດຖືກລະບຸໄວ້ໃນລັດຖະດຳລັດຂອງ ປະທານາທິບໍດີ Donald Trump. ພ້ອມທັງສືບຕໍ່ວຽກງານກວດກາບັນດາຜູ້ເຂົ້າ ອາເມລິກາ ຕາມນະໂຍບາຍ ແລະ ລະບຽບການເປັນປົກກະຕິ.