ບັນດາຝ່າຍປາແລັດສະຕິນເຊື່ອມຕໍ່ການເຈລະຈາໄກ່ເກຍປອງດອງຄືນໃໝ່
(ພາບປະກອບ: AFP/TTXVN)
(vovworld) – ຄະນະຜູ້ແທນ 3 ຄະນະຂອງບັນດາຝ່າຍ ປາແລັດສະຕິນ ໄດ້ພົບປະກັນຢູ່ Cairo ເພື່ອເຊື່ອມຕໍ່ບັນດາການເຈລະຈາໄກ່ເກຍປອງດອງຄືນໃໝ່ ຕາມຄຳເຊີນຂອງອົງການສືບລາຊະການລັບປະເທດເຈົ້າພາບ.ຕາງໜ້າໃຫ້ບັນດາຝ່າຍຄ້ານຂອງ ປາແລັດສະຕິນ ເຂົ້າຮ່ວມການເຈລະຈາລວມມີ: ແນວໂຮມປະຊາຊົນປົດປ່ອຍ ປາແລັດສະຕິນ (PFLP), ແນວໂຮມປະຊາທິປະໄຕປົດປ່ອຍ ປາແລັດສະຕິນ (DFLP) ແລະ ຂະບວນການຕໍ່ຕ້ານປະຊາຊົນ ປາແລັດສະຕິນ (PPRM). ຕາມແຫຼ່ງຂ່າວການທູດໃຫ້ຮູ້ວ່າ: ຄາດຄະເນວ່າມີຄະນະປະຕິບັດງານຂອງຂະບວນການ Fatah ແລະ ຄະນະປະຕິບັດງານຂອງຂະບວນການອິດສະລາມປະກອບອາວຸດ Hamas ກໍ່ຈະໄປເຖິງ Cairo ເພື່ອເຂົ້າຮ່ວມການເຈລະຈາ. ເຫດການນິ້ ຖືກດຳເນີນໄປພາຍຫລັງ ທີ່ທ່ານປະທານາທິບໍດີ ອີຢິບ Abdel Fattah sl – Sisi ຍົກອອກຄຳສະເໜີເປັນຄົນກາງໄກ່ເກຍຄວາມປອງດອງໃຫ້ບັນດາການເຈລະຈາສັນຕິພາບລະຫວ່າງ ອິດສະລາແອນ ແລະ ປາແລັດສະຕິນ ໃນວັນທີ 17/05, ກໍ່ຄືຊຸກຍູ້ວິວັດການໄກ່ເກຍຄວາມປອງດອງລະຫວ່າງບັນດາຝ່າຍ ປາແລັດສະຕິນ ເພື່ອແນໃສ່ນຳມາເຊິ່ງສັນຕິພາບ ແລະ ເອກະພາບໃນພາກພື້ນ.