ບັນດາຝ່າຍເຂົ້າຮ່ວມສົງຄາມຢູ່ລີບີເຫັນດີເຈລະຈາຢູ່ເຊີແນວ
(ພາບປະກອບຈາກ ສຳນັກຂ່າວສານຊິນຮວາ/TTXVN)
|
(vovworld) – ວັນທີ 10/1, ສະຫະປະຊາຊາດ ໃຫ້ຮູ້ວ່າ: ບັນດາຝ່າຍເຂົ້າຮ່ວມສົງຄາມຢູ່ ລີບີ ໄດ້ເຫັນດີເປັນເອກະສັນເຂົ້າຮ່ວມຮອບເຈລະຈາໃໝ່ຢູ່ ເຊີແນວ, ປະເທດສະວິດ, ເພື່ອແນໃສ່ຢຸດຕິວິກິດການການເມືອງ ແລະ ປ້ອງກັນຄວາມສະຫງົບຢູ່ປະເທດ ອາບຟຣີກາເໜືອນີ້. ຕາມແຈ້ງການຂອງຄະນະປະຕິບັດງານ ສປຊ ປະຈຳ ລີບີ (UNSMIL) ແລ້ວ, ຮອບເຈລະຈາຈະດຳເນີນໄປໃນອາທິດໜ້າຢູ່ຫ້ອງວ່າການ ສປຊ ຢູ່ ເຊີແນວ, ປະເທດສະວິດ. ຈຸດປະສົງຂອງການໂອ້ລົມສົນທະນານີ້ແມ່ນເພື່ອແນໃສ່ບັນລຸຂໍ້ຕົກລົງກ່ຽວກັບການບໍລິຫານ ລີບີ ໃນໄລຍະຂ້າມຜ່ານ, ໃນນັ້ນມີການສ້າງຕັ້ງລັດຖະບານສາມັກຄີ ແລະ ຮັບຮອງເອົາລັດຖະທຳມະນູນສະບັບໃໝ່. ການເຈລະຈາຈະມາເຖິງກໍ່ຈະຊອກຫາບັນດາມາດຕະການປ້ອງກັນຄວາມສະຫງົບເພື່ອແນໃສ່ຢຸດຕິບັນດາການປະທະກັນດ້ວຍກຳລັງອາວຸດໃນເຂດດິນແດນ ລີບີ.